ທີ່ການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານຖືວ່າ ເຖິງວ່າຖືກຜົນສະທ້ອນລວມຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸປະສິດທິຜົນຢ່າງແທດຈິງຕາມເນື້ອໃນເອກະສານທີ່ໄດ້ລົງນາມ, ໃນນັ້ນຕ້ອງເວົ້າເຖິງຂົງເຂດຕ່າງໆ, ຄື: ບໍາລຸງສ້າງ, ແລກປ່ຽນບົດຮຽນ, ການປ້ອງກັນ, ຕ້ານພະຍາດໂຄວິດ-19, ການໂຄສະນາດ້ານການທະຫານ, ປະຫວັດສາດການທະຫານ, ເຕັກນິກການທະຫານ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Sergei Shoigu ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ. ພາບ: ກວກຫວຽດ.

ດ້ວຍຄວາມປາດຖະໜາວ່າການຮ່ວມມືດ້ານປ້ອງກັນຊາດສອງຝ່າຍສືບຕໍ່ໄດ້ຮັບການເປີດກວ້າງ ແລະເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ, ບົນພື້ນຖານບັນດາສົນທິສັນຍາສາກົນ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມ, ການຮ່ວມມືຈະສຸມໃສ່ເນື້ອໃນຕ່າງໆ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາກົນໄກເຈລະຈາຍຸດທະສາດປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສະໜັບສະໜູນ ແລະເຂົ້າຮ່ວມການເຄື່ອນໄຫວສາກົນຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດສອງປະເທດຈັດຕັ້ງ, ຄື: ກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ, Army Games…

ພາຍຫຼັງການໂອ້ລົມສົນທະນາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເຊັນບາງເອກະສານຮ່ວມມືສໍາຄັນ, ສ້າງພື້ນຖານນິຕິກໍາເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ເຕັກນິກການທະຫານລະຫວ່າງສອງປະເທດກວ່າອີກ. ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດລັດເຊຍ ກໍ່ຈັດຕັ້ງພິທີປະດັບຫຼຽນໄຊມິດຕະພາບຂອງສະຫະພັນລັດເຊຍ ໃຫ້ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ໂດຍ: ຈາງຫງວຽນ