ຕອນເຊົ້າວັນທີ 1 ທັນວາ, ການຝຶກຊ້ອມທະຫານເຮືອ ອາຊຽນ-ລັດເຊຍ ໄດ້ໄຂຂຶ້ນຜ່ານລະບົບທາງໄກ ແລະໂດຍກົງ. ເຂົ້າຮ່ວມພິທີໄຂຢູ່ຮ່າໂນ້ຍ ມີທ່ານພັນເອກພິເສດ ຟ້າມແມ້ງຖັງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ຟ້າມແມ້ງຖັງ ເຂົ້າຮ່ວມພິທີໄຂທີ່ຮ່າໂນ້ຍ. ພາບ: ຮວ່າງວູ້

ກ່າວຄໍາເຫັນໄຂພິທີ, ຝ່າຍອິນໂດເນເຊຍ ແລະລັດເຊຍ ຂອບໃຈບັນດາປະເທດ ທີ່ໄດ້ສະໜັບສະໜູນ ແລະຕັ້ງໜ້າເຂົ້າຮ່ວມການຝຶກຊ້ອມທະຫານເຮືອ ອາຊຽນ-ລັດເຊຍ ຄັ້ງທໍາອິດ ທີ່ຈັດຂຶ້ນຢູ່ອິນໂດເນເຊຍ; ເຊື່ອໝັ້ນວ່າການເຄື່ອນໄຫວຄັ້ງນີ້ຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະສ້າງກາລະໂອກາດແບ່ງປັນບົດຮຽນ, ຍົກສູງຄວາມສາມາດໃນການສົມທົບກັນເຄື່ອນໄຫວລວມລະຫວ່າງທະຫານເຮືອບັນດາປະເທດອາຊຽນ-ລັດເຊຍ ໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ທີ່ພວມເກີດຂຶ້ນໃນພາກພື້ນ.

ການຝຶກຊ້ອມກໍ່ສະແດງໃຫ້ເຫັນບົດບາດ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງລັດເຊຍ ໃນພາກພື້ນ ແລະໃນບັນດາກົນໄກ ໂດຍອາຊຽນ ນໍາພາ, ພ້ອມທັງປະກອບສ່ວນໃຫ້ແກ່ການຍູ້ແຮງການພົວພັນອາຊຽນ-ລັດເຊຍ ໃນໄລຍະຈະມາເຖິງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີໄຂຜ່ານລະບົບທາງໄກ ແລະໂດຍກົງ. ພາບ: ຮວ່າງວູ້

ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 14 ໃນເດືອນທັນວາ ປີ 2020 ໄດ້ເຫັນດີກ່ຽວກັບຫຼັກການທີ່ມີຕໍ່ຂໍ້ສະເໜີຂອງລັດເຊຍ ໃນການຈັດຕັ້ງການຝຶກຊ້ອມທະຫານເຮືອອາຊຽນ-ລັດເຊຍ ໃນປີ 2021. ບົນພື້ນຖານນັ້ນ, ອິນໂດເນເຊຍ - ປະເທດປະສານງານການພົວພັນເຈລະຈາ ອາຊຽນ-ລັດເຊຍ ໄລຍະ 2018-2021, ສົມທົບກັບລັດເຊຍ ເປັນປະທານຮ່ວມຈັດຕັ້ງການຝຶກຊ້ອມທະຫານເຮືອ ອາຊຽນ-ລັດເຊຍ.

ໂດຍ: ຈາງຫງວຽນ