ທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນພົນຕີຂຶ້ນເປັນພົນໂທໃຫ້ສະຫາຍ ຟ້າມຮວ່າຍນາມ; ອວຍພອນສະຫາຍ ຟ້າມຮວ່າຍນາມ ທີ່ໄດ້ຮັບເລື່ອນຊັ້ນຂຶ້ນເປັນພົນໂທກ່ອນກໍານົດເວລາ ແລະຖືວ່ານີ້ບໍ່ພຽງແຕ່ແມ່ນຄວາມເປັນກຽດ, ຄວາມພາກພູມໃຈຂອງສ່ວນຕົວ, ຄອບຄົວ ແລະບ້ານເກີດເມືອງນອນຂອງສະຫາຍ ຟ້າມຮວ່າຍນາມ ເທົ່ານັ້ນ ຫາກຍັງແມ່ນຄວາມເປັນກຽດ, ຄວາມພາກພູມໃຈຂອງກະຊວງປ້ອງກັນປະເທດ ແລະພະນັກງານ, ນັກຮົບທົ່ວກອງທັບ ອີກດ້ວຍ.

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ ມອບຂໍ້ຕົກລົງເລື່ອນຊັ້ນພົນຕີຂຶ້ນເປັນພົນໂທໃຫ້ສະຫາຍ ຟ້າມຮວ່າຍນາມ. ພາບ: ຝູ໊ເຊີນ.

ກ່າວຄໍາເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ ສະຫາຍ ຟ້າມຮວ່າຍນາມ ເປັນພະນັກງານທີ່ເຕີບໃຫຍ່ຈາກຮາກຖານ, ມີປະສົບການໃນການນໍາພາ, ບັນຊາບັນດາກົມກອງກອງທັບ, ພິເສດ, ໃນຖານະເປັນຜູ້ບັນຊາການເຫຼົ່າທັບເຮືອ (2015-2020), ສະຫາຍ ຍາມໃດກໍ່ກໍາແໜ້ນສະພາບການທຸກດ້ານ, ເປັນເຈົ້າການ, ໃກ້ຊິດຕິດແທດ, ເດັດຂາດໃນວຽກງານ, ພ້ອມກັບຄະນະປະຈໍາ, ຄະນະພັກ, ກອງບັນຊາການເຫຼົ່າທັບເຮືອ ວາງອອກບັນດາແຜນນະໂຍບາຍ, ມາດຕະການຊີ້ນໍາ, ນໍາພາຍົກສູງຄຸນນະພາບວຽກງານອົບຮົມ-ຫັດແອບ, ລະດັບກຽມພ້ອມສູ້ຮົບ, ສ້າງລະບຽບແບບແຜນ, ຄຸ້ມຄອງ, ຝຶກຝົນຫຼໍ່ຫຼອມ ລະບຽບວິໄນ, ແກ້ໄຂທຸກກໍລະນີຢ່າງທັນການ, ມີໄຫວພິບ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະອັນສັກກາລະບູຊາຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ.  

leftcenterrightdel
ປະທານປະເທດ ຫງວຽນຊວນຟຸກ, ການນໍາກະຊວງປ້ອງກັນປະເທດ ແລະບັນດາຜູ້ແທນອວຍພອນສະຫາຍພົນໂທ ຟ້າມຮວ່າຍນາມ. ພາບ: ຝູ໊ເຊີນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຫວັງວ່າ ໃນໄລຍະຈະມາເຖິງ ທ່ານພົນໂທ ຟ້າມຮວ່າຍນາມ ຈະຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຍົກສູງລະດັບຄວາມຮູ້ໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ພ້ອມກັບຄະນະພັກການທະຫານສູນກາງ, ການນໍາກະຊວງປ້ອງກັນປະເທດ ເປັນເສນາທິການໃຫ້ພັກ, ລັດ ປະຕິບັດສໍາເລັດສອງໜ້າທີ່ຍຸດທະສາດ ນັ້ນແມ່ນສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ຢ່າງມີໄຊ; ກໍ່ສ້າງກອງທັບ “ປະຕິວັດ, ໃຫ້ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ”, ຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ຟ້າມຮວ່າຍນາມ ສະແດງຄວາມຂອບໃຈຕໍ່ການເອົາໃຈໃສ່ຊີ້ນໍາ, ນໍາພາ, ສ້າງເງື່ອນໄຂຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະບັນດາທ້ອງຖິ່ນທີ່ສະຫງວນໃຫ້ທ່ານ ແລະຢັ້ງຢືນໃນບໍ່ວ່າສະພາບການໃດທ່ານ ກໍຈະຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ເປົ້າໝາຍອຸດົມຄະຕິຂອງພັກ; ອອກແຮງຝຶກ ຝົນຫຼໍ່ຫຼອມ,  ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ; ຍົກສູງຄວາມຮັບຜິດຊອບເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ; ຮັກສາ ແລະເສີມຂະຫຍາຍຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນສະພາບການໃໝ່, ຮັບ ແລະປະຕິບັດສໍາເລັດທຸກໜ້າທີ່ ເຊິ່ງ ພັກ, ລັດ, ປະຊາຊົນ ແລະກອງທັບ ມອບໝາຍໃຫ້.

ໂດຍ: ໄຊຊະນະ