ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດອາຊຽນ, ໃນນັ້ນມີການເພີ່ມທະວີການພົວພັນຮອບດ້ານກັບໄທ. ທ່ານລັດຖະມົນຕີ ຟານວັນຢາງ ຕີລາຄາສູງຄວາມມານະພະຍາຍາມ ແລະປະສິດທິຜົນຂອງລັດຖະບານ ໄທ ໃນການຄວບຄຸມພະຍາດໂຄວິດ-19; ຕີລາຄາສູງບົດບາດ, ຖານະທີ່ຕັ້ງ ແລະການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການຂອງໄທ ຕໍ່ກັບບັນຫາພາກພື້ນ; ທ່ານ ສະແດງຄວາມຫວັງວ່າ ໄທ ຈະສືບຕໍ່ເສີມຂະຫຍາຍບົດບາດໃນການເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ, ຮັກສາບົດບາດໃຈກາງຂອງອາຊຽນ, ກໍ່ສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ຮັກສາຫຼັກໝັ້ນລວມຂອງອາຊຽນ ໃນບັນດາບັນຫາພາກພື້ນ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ເຄົາລົບກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ Nikorndej Balankura. ພາບ: ຮວ່າງຫວູ.

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການປັບປຸງ, ນໍາມາເຊິ່ງໝາກຜົນທີ່ແທດຈິງ, ສຸມຂົງເຂດຕ່າງໆຄື: ແລກປ່ຽນຄະນະຜູ້ແທນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາປະສິດທິຜົນກົນໄກຮ່ວມມືຄື: ການເຈລະຈານະໂຍບາຍປ້ອງກັນຊາດ, ກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານການທະຫານ-ການປ້ອງກັນຊາດ, ກອງປະຊຸມປຶກສາຫາລືທະຫານເຮືອ ສອງຝ່າຍ, ກຸ່ມເຮັດວຽກລວມທະຫານອາກາດ; ການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການແລກປ່ຽນລະຫວ່າງອົງການຄົ້ນຄວ້າຍຸດທະສາດ... ທ່ານລັດຖະມົນຕີ ຟານວັນຢາງ ສະແດງຄວາມຫວັງວ່າ ໃນຖານະຕໍາແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ Nikorndej Balankura ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ຜ່ານນັ້ນປະກອບສ່ວນເຮັດໃຫ້ເນື້ອໃນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະໄທ ເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດຂອງສອງປະເທດ ແລະພາກພື້ນ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ Nikorndej Balankura. ພາບ: ຮວ່າງຫວູ.

ສ່ວນທ່ານເອກອັກຄະລັດຖະທູດ Nikorndej Balankura ກໍ່ຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ໃນໄລຍະຜ່ານມາຍາມໃດກໍສ້າງເງື່ອນໄຂອໍານວຍຄວາມສະດວກເພື່ອໃຫ້ບັນດາທີ່ປຶກສາທູດຝ່າຍປ້ອງກັນຊາດ ໄທ ປະຕິບັດສໍາເລັດໜ້າທີ່. ທ່ານ Nikorndej Balankura ຢັ້ງຢືນວ່າ ໃນອາຍຸການຂອງຕົນ ທ່ານ ຈະມານະພະຍາຍາມ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ເນື່ອງໃນໂອກາດນີ້, ທ່ານ Nikorndej Balankura ອວຍພອນຫວຽດນາມ ທີ່ໄດ້ມີຄວາມມານະພະຍາຍາມ ແລະປະສິດທິຜົນໃນການຄວບຄຸມພະຍາດໂຄວິດ-19.

ໂດຍ: ໄຊຊະນະ