ທີ່ການຕ້ອນຮັບ, ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈທ່ານເອກອັກຄະລັດຖະທູດ Takio ທີ່ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ, ພິເສດແມ່ນສົມທົບກັນຈັດຕັ້ງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ໃນເດືອນກັນຍາ ຜ່ານມາສຳເລັດຜົນ. ບົນພື້ນຖານເນື້ອໃນ, ລາຍການຮ່ວມມື ທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ເຫັນດີເປັນເອກະພາບ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ວຍຮູບການທີ່ມີໄຫວພິບ, ສອດຄ່ອງກັບສະພາບພະຍາດໂຄວິດ-19, ໃນນັ້ນສຸມໃສ່ຮັກສາການພົບປະແລກປ່ຽນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ຮັກສາກົນໄກປຶກສາຫາລື, ເຈລະຈາຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນຂົງເຂດເສນາຮັກ, ຄວາມໝັ້ນຄົງທາງອິນເຕີແນັດ, ຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຄວາມໝັ້ນຄົງທາງທະເລ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ  ແລະທ່ານເອກອັກຄະລັດຖະທູດ Yamada Takio. ພາບ: ແມ້ງຮຸ່ງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຂອບໃຈລັດຖະບານຍີ່ປຸ່ນ ທີ່ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໃນນັ້ນມີການມອບວັກຊິນ ແລະຕ່ອງໂສ້ຮັບປະກັນຄວາມເຢັນໃຫ້ວັກຊິນ; ພ້ອມທັງປາດຖະໜາຢາກໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອວັກຊິນ, ຢາປົວພະຍາດ ແລະອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ຫວຽດນາມ ຜ່ານຊ່ອງທາງລັດ, ຊ່ອງທາງປ້ອງກັນຊາດ ຫຼື ຕາມຮູບການຊື້ຂາຍການຄ້າໃນໄລຍະໄວທີ່ສຸດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແມ້ງຮຸ່ງ.

ສ່ວນທ່ານ Yamada Takio ຕີລາຄາສູງຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ຫວັງວ່າ ກະຊວງປ້ອງກັນປະເທດຂອງສອງປະເທດ ສືບຕໍ່ຊຸກຍູ້, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ແລກປ່ຽນ, ເຫັນດີເປັນເອກະພາບນຳກັນ. ທ່ານ Yamada Takio ຢັ້ງຢືນວ່າ ຍີ່ປຸ່ນ ປາດຖະໜາຢາກເຂົ້າຮ່ວມບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມຫຼາຍກວ່າອີກ.

ໂດຍ: ໄຊຊະນະ