ເຂົ້າຮ່ວມພິທີຕ້ອນຮັບມີສະຫາຍ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສະຫະລັດ ອາເມລິກາ ພ້ອມດ້ວຍບັນດາເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ເຟືອງລິງ.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຊົມເຊີຍບັນດາສະຫາຍເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ພັກ, ລັດ ໄດ້ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາຕ່າງປະເທດອາຍຸການ 2021-2024; ທ່ານ ເນັ້ນໜັກວ່າ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ແມ່ນພາກສ່ວນສໍາຄັນໃນວຽກງານພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕີລາຄາສູງຕໍ່ການເອົາໃຈໃສ່, ສົມທົບກັນຢ່າງແໜ້ນແຟ້ນ ເຊິ່ງກະຊວງການຕ່າງປະເທດ ສະຫງວນໃຫ້ແກ່ວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໃນໄລຍະຜ່ານມາ, ປະກອບສ່ວນໜູນຊ່ວຍວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ຜັນຂະຫຍາຍຢ່າງຄົບຊຸດ, ຮອບດ້ານ ແລະບັນລຸໄດ້ໝາກຜົນທີ່ໜ້າສົ່ງເສີມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຖ່າຍຮູບເປັນທີ່ລະນຶກກັບເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງ. ພາບ: ເຟືອງລິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ບັນດາຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ຈະປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ກັບບັນດາປະເທດ, ອົງການຈັດຕັ້ງສາກົນ, ຊຸກຍູ້ການພົວພັນຮ່ວມມືດ້ານການທະຫານ, ການປ້ອງກັນຊາດໃນຖານະຕໍາແໜ່ງຂອງຕົນ, ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຍາດແຍ່ງທຸກແຫຼ່ງກໍາລັງໃຫ້ແກ່ການພັດທະນາຂອງປະເທດ.

ໂອກາດນີ້, ສະຫາຍ ຫງວຽນກ໊ວກຢຸ້ງ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ສະຫຼະເວລາຕ້ອນຮັບ, ພ້ອມທັງຮັບຮູ້  ແລະຈະນໍາເອົາເນື້ອໃນການໂອ້ລົມຂອງທ່ານພົນໂທ ຮວ່າງຊວນຈ໊ຽນ ໄປຊີ້ນໍາບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດໃນວຽກງານພົວພັນຕ່າງປະເທດຢູ່ປະເທດປະຈໍາຖິ່ນ.

ໂດຍ: ໄຊຊະນະ