ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ຟານວັນຢາງ ຮັບຮູ້ ແລະຍ້ອງຍໍຊົມເຊີຍຜົນງານ, ການອຸທິດສ່ວນຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດລຸ້ນຕ່າງໆທີ່ບັນລຸໄດ້ໃນໄລຍະຜ່່ານມາ; ພ້ອມທັງຮຽກຮ້ອງໃຫ້ກໍາລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ ສືບຕໍ່ຊາບຊຶມທັດສະນະ, ແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະນະຄອນຮ່າໂນ້ຍ ກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດຢ່າງເລິກເຊິ່ງ, ເພື່ອໝູນໃຊ້ຢ່າງມີຫົວຄິດປະດິດສ້າງກ່ຽວກັບບົດຮຽນຂອງລຸ້ນພໍ່ລຸ້ນອ້າຍໃນການ “ສ້າງປະເທດໄປຄຽງຄູ່ກັບການຮັກສາປະເທດ”, “ຮັກສາປະເທດຕັ້ງແຕ່ຍາມປະເທດຍັງບໍ່ທັນມີອັນຕະລາຍ”, ປະຕິບັດສໍາເລັດໜ້າທີ່ປົກປັກຮັກສາປະເທດ, ນະຄອນຫຼວງໃນສະພາບການໃໝ່; ເປັນເຈົ້າການຄົ້ນຄວ້າ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະນະຄອນຮ່າໂນ້ຍ ຊີ້ນໍາ, ນໍາພາ, ປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໄດ້ຢ່າງມີໄຊ...

leftcenterrightdel
ທ່ານພົນເອກ ຟານວັນຢາງ ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ກໍາລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn.

ທ່ານພົນເອກ  ຟານວັນຢາງ ຮຽກຮ້ອງໃຫ້ອົງການ, ກົມກອງສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງຂອງນະຄອນຮ່າໂນ້ຍ ໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ບໍລິເວນ; ຕັ້ງໜ້າໃນວຽກງານຊອກຫາກູ້ຊີບ, ກູ້ໄພ ແລະເປັນເຈົ້າການປ້ອງກັນ, ຕ້ານໄພທໍາມະຊາດ, ແກ້ໄຂບັນຫາທາງສິ່ງແວດລ້ອມ, ປ້ອງກັນ, ຕ້ານພະຍາດ, ໂດຍສະເພາະແມ່ນພະຍາດໂຄວິດ-19; ປະຕິບັດວຽກງານຂົນຂວາຍ, ນະໂຍບາຍສັງຄົມ ແລະນະໂຍບາຍແນວຫຼັງກອງທັບໃຫ້ເປັນຢ່າງດີ; ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີີ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ກໍາລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn.

ທ່ານລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກໍາລັງປະກອບອາວຸດສືບຕໍ່ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີໄຊ; ຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ຕິດພັນກັບການຊາບຊຶມ ແລະປະຕິບັດມະຕິສູນກາງ 4 (ສະໄໝທີ XI, XII, XIII) ຢ່າງເຂັ້ມງວດ; ເອົາໃຈໃສ່ການສ້າງອົງຄະນະພັກໃຫ້ປອດໃສ, ເຂັ້ມແຂງຕິດພັນກັບການສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານເປັນ “ແບບຢ່າງ, ໂດດເດັ່ນ”...

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ໃຫ້ກໍາລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ.

ໂດຍ: ເກື່ອງດັ້ງ