ຄະນະປະຕິບັດງານ ນຳໂດຍພົນຕີ ຫງວຽນຢວ້ານແອັງ, ຜູ້ບັນຊາການທະຫານເຂດ 4 ລົງກວດກາຢູ່ທີ່ທ່າກໍາປັ່ນແຢງ, ເມືອງໂບ໋ແຈກ ແລະເຮັດວຽກກັບຄະນະກໍາມະການປະຊາຊົນແຂວງ, ກອງບັນຊາການທະຫານ ແລະກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ. ຜູ້ບັນຊາການທະຫານເຂດ 4 ຮຽກຮ້ອງໃຫ້ອົງການທະຫານທຸກຂັ້ນຕິດຕາມຢ່າງໃກ້ຊິດການຜັນແປຂອງພາຍຸລູກທີ 8; ສະພາບຝົນຕົກນໍ້າຖ້ວມໃນບໍລິເວນ; ກວດກາຄືນແຜນການ, ກຽມຄວາມພ້ອມດ້ານພາຫະນະ, ກໍາລັງເພື່ອຍົກຍ້າຍຄົນ ແລະຊັບສິນຂອງປະຊາຊົນໄປຍັງບ່ອນປອດໄພ, ເຂດຖືກຕັດແຍກອອກ, ກຽມຄວາມພ້ອມເຄື່ອນທີ່ປະຕິບັດໜ້າທີ່ຊອກຫາກູ້ໄພກູ້ຊີບເມື່ອເກີດເຫດ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມຢ່າງທັນການ.

leftcenterrightdel
ພົນຕີ ຫງວຽນຢວ້ານແອັງ ພ້ອມດ້ວຍຄະນະປະຕິບັດງານລົງກວດກາຢູ່ທ່າກໍາປັ່ນແຢງ, ຕາແສງບັກແຈກ, ເມືອງໂບ໋ແຈກ. ພາບ: qdnd.vn.

ກ່ອນໜ້ານັ້ນ, ກອງບັນຊາການທະຫານເຂດ 4 ມີໂທລະເລກດ່ວນຊີ້ນໍາບັນດາອົງການ, ກົມກອງຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພາຍຸ. ກອງບັນຊາການທະຫານບັນດາແຂວງໃນບໍລິເວນທະຫານເຂດ 4 ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ອົງການທີ່ກ່ຽວຂ້ອງແຈ້ງໃຫ້ເຈົ້າຂອງພາຫະນະທີ່ກໍາລັງເຄື່ອນໄຫວຢູ່ທະເລຮັບຊາບກ່ຽວກັບການຜັນແປ, ທິດເດີນຂອງພາຍຸເພື່ອຫຼີກເວັ້ນ; ຈັດກໍາລັງຊ່ວຍເຫຼືອ, ແນະນໍາປະຊາຊົນຈອດເຮືອ, ໃຫ້ກໍາປັ່ນເຂົ້າທອດສະໝໍຢູ່ທ່າກໍາປັ່ນ ແລະຜັັນຂະຫຍາຍວຽກງານຮັບປະກັນຄວາມປອດໄພໃຫ້ຄົນ ແລະຊັບສິນໃນບັນດາເກາະ, ຢູ່ທະເລ ແລະແຄມທະເລ; ເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນໃນການກວດກາໜອງ, ເຂື່ອນໄຟຟ້າ, ກິດຈະການແຄມແມ່ນໍ້າ; ສູນຈໍາກັດບໍລິເວນ, ຜັນຂະຫຍາຍການຮັບມືຕາມທິດນໍາ “4 ຢູ່ກັບທີ່”; ກຽມພ້ອມກໍາລັງຍົກຍ້າຍປະຊາຊົນຢູ່ບັນດາເຂດອັນຕະລາຍໄປຍັງບ່ອນປອດໄພ; ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ເຄື່ອນຍ້າຍຈາກແຂວງພາກໃຕ້ໄປພາກເໜືອທີ່ພົບພາຍຸ, ຝົນຕົກນໍ້າຖ້ວມ ແລະຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ໄຊຊະນະ