ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານເອກອັກຄະລັດຖະທູດ ຊຽງບໍ ໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະທິດທາງຜັນຂະຫຍາຍການເຄື່ອນໄຫວຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ກ໊ວກຈິ໊ງ.

ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຂອບໃຈກະຊວງປ້ອງກັນປະເທດ ຈີນ ທີ່ໄດ້ໜູນຊ່ວຍວັກຊິນ Vero Cell ຈໍານວນ 200.000 ໂດສ ໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ ໃນເດືອນສິງຫາ ຜ່ານມາ; ພ້ອມທັງແຈ້ງໃຫ້ຊາບວ່າ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ແຈກຢາຍວັກຊິນດັ່ງກ່າວໃຫ້ກໍາລັງທີ່ຢູ່ດ່ານໜ້າປ້ອງກັນ, ຕ້ານພະຍາດໂຄວິດ-19 ໝົດແລ້ວ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະໜີໃຫ້ທ່ານເອກອັກຄະລັດຖະທູດ ຊຽງບໍ ເອົາໃຈໃສ່ຊຸກຍູ້ເພື່ອໃຫ້ຝ່າຍ ຈີນ ສືບຕໍ່ໜູນຊ່ວຍວັກຊິນ, ອຸປະກອນການແພດ, ຢາປິ່ນປົວໂຄວິດ-19 ໃຫ້ຫວຽດນາມ ຕື່ມອີກ.

ໂດຍ: ໄຊຊະນະ