ກອງປະຊຸມສໍາມະນາວິທະຍາສາດ “ເສັ້ນທາງໂຮ່ຈີມິນ ຢູ່ທະເລ-ສິ່ງມະຫັດສະຈັນປະຫວັດສາດ ແລະບົດຮຽນຕໍ່ກັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນ, ແທດຈິງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນເປີດເສັ້ນທາງໂຮ່ຈີມິນ ຢູ່ ທະເລ (23-10-1961 / 23-10-2021).

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ເປັນປະທານກອງປະຊຸມຄະນະຊີ້ນໍາ. ພາບ: ຫວຽດຮ່າ.

ທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກຂອງບັນດາອົງການ, ກົມກອງທີ່ໄດ້ປະຕິບັດວຽກງານສົມທົບ, ກະກຽມຮອບຄອບຖີ່ນຖ້ວນໃຫ້ແກ່ກອງປະຊຸມສໍາມະນາໄດ້ເປັນຢ່າງດີ. ທ່ານພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ: ແຜນນະໂຍບາຍກໍ່ສ້າງເສັ້ນທາງຊ່ວຍໜູນຍຸດທະສາດ, ເສັ້ນທາງໂຮ່ຈີມິນ ທາງບົກ ແລະທາງທະເລ ແມ່ນຜົນສໍາເລັດອັນໃຫຍ່ຫຼວງໃນການນໍາພາ, ຊີ້ນໍາການຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດຂອງພັກ ແລະປະທານໂຮ່ຈີມິນ. ເນື້ອໃນກອງປະຊຸມສໍາມະນາ ຄວນຮັບປະກັນລັກສະນະພັກ, ລັກສະນະປະຫວັດສາດ, ພາວະວິໄສ, ມີວິທະຍາສາດ, ເປັນພື້ນຖານເພື່ອທອດຖອນບົດຮຽນມາໝູນໃຊ້ເຂົ້າໃນການພັດທະນາທິດສະດີສິລະປະຍຸດການທະຫານຫວຽດນາມ. ວຽກງານຈັດຕັ້ງກອງປະຊຸມສໍາມະນາຄວນສົມທົບກັບການຍູ້ແຮງການໂຄສະນາ, ສຶກສາອົບຮົມມູນເຊື້ອການປະຕິວັດໃຫ້ແກ່ປະຊາຊົນທົ່ວປະເທດເວົ້າລວມ, ພະນັກງານ, ນັກຮົບກອງທັບເວົ້າສະເພາະ, ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງຊາດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ. ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງວ່າ ໃນໄລຍະດໍາເນີນກອງປະຊຸມສໍາມະນາ, ບັນດາອົງການ, ກົມກອງ ຄວນສົມທົບກັນປະຕິບັດວຽກງານຮັບປະກັນຄວາມປອດໄພທຸກດ້ານໃຫ້ເປັນຢ່າງດີ, ພິເສດແມ່ນຄວາມປອດໄພໃນການຈະລາຈອນ ແລະຄວາມປອດໄພໃນການປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ກວຽດເຕິມ