ທີ່ພິທີມອບ-ຮັບ, ທ່ານພົນຈັດຕະວາ ເລຮົ່ງຢູງ ໄດ້ຕີລາຄາສູງແຂວງດົ່ງນາຍ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຊົມເຊີຍທ້ອງຖິ່ນໄດ້ກັບຄືນສູ່ສະພາບການປົກກະຕິໃໝ່ເທື່ອລະກ້າວ; ພ້ອມທັງ, ເນັ້ນໜັກວ່າ ຂອງຂວັນຈຳນວນ 20.000 ພູດນີ້ແມ່ນນ້ຳໃຈຂອງຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ, ພະນັກງານ, ນັກຮົບທົ່ວກອງທັບ ທີ່ໄດ້ມອບໃຫ້ອົງຄະນະພັກ ແລະປະຊາຊົນແຂວງດົ່ງນາຍ ດ້ວຍຄວາມປາດຖະໜາຢາກໃຫ້ປະຊາຊົນທ້ອງຖິ່ນສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ຂ້ຽວຂາດຄວບຄຸມ ແລະຕ້ານໂລກລະບາດໃນບໍລິິເວນ.

leftcenterrightdel
ພິທີມອບ-ຮັບ ຂອງຂວັນຈຳນວນ 20.000 ພູດ ໃຫ້ແກ່ປະຊາຊົນແຂວງດົ່ງນາຍ. ພາບ: ຖາວຢາງ.

ຕາງໜ້າອຳນາດການປົກຄອງ ແລະປະຊາຊົນແຂວງດົ່ງນາຍ, ທ່ານ ດ່າວວັນເຟືອກ, ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງດົ່ງນາຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ທີ່ໄດ້ເອົາໃຈໃສ່, ແບ່ງປັນພ້ອມກັບອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນໃນການປ້ອງກັນ, ຕ້ານໂລກລະບາດ; ພ້ອມທັງເນັ້ນໜັກວ່າ ການຊ່ວຍເຫຼືອຂອງຄະນະພັກການທະຫານສູນກາງ-ກະຊວງປ້ອງກັນປະເທດ ແລະນ້ຳໃຈອັນສູງສົ່ງຂອງພະນັກງານ, ນັກຮົບທົ່ວກອງທັບ ຈະແມ່ນບ່ອນອີງເພື່ອໃຫ້ປະຊາຊົນຜ່ານຜ່າພະຍາດໂຄວິດ-19.

ໂດຍ: ແສງເດືອນ