leftcenterrightdel
ພະນັກງານ-ນັກຮົບຄ້າຍທະຫານຊາຍແດນກູ່ລາວຈ່າມ ຊ່ວຍເຫຼືອຊາວປະມົງຢູ່ເກາະເຕິນຮຽບ ນຳເຮືອຂຶ້ນຝັ່ງ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອຮັບມືກັບຄວາມດັນອາກາດຕ່ຳເຂດຮ້ອນທີ່ອາດຈະກາຍເປັນພາຍຸຢ່າງມີປະສິດທິຜົນ, ກອງບັນຊາການທະຫານຊາຍແດນແຂວງກວ໋າງນາມ ທຸກຄົນຕ້ອງປະຈຳການຢູ່ບັນດາກົມກອງ, ກະກຽມກໍາປັ່ນ 22 ລໍາ, ເຮືອກາໂນ ຫຼາຍສິບລໍາ ແລະພະນັກງານ, ນັກຮົບຫຼາຍຮ້ອຍຄົນ ກຽມພ້ອມເຄື່ອນຍ້າຍໄປຍັງບັນດາເຂດຖືກຜົນສະທ້ອນໂດຍກົງຈາກໄພທໍາມະຊາດເພື່ອຊ່ວຍເຫຼືອປະຊາຊົນ. ນອກຈາກນັ້ນ, ຄ້າຍທະຫານຊາຍແດນເກືອດ້າຍ ແລະຄ້າຍທະຫານຊາຍແດນ ທ່າກໍາປັ່ນກີ່ຮ່າ ຍັງລະດົມກໍາລັງຊ່ວຍເຫຼືອປະຊາຊົນເກັບເອົາປາກະຊັງຢູ່ແຄມແມ່ນໍ້າທູບົ່ນ, ແມ່ນໍ້າເຈື່ອງຢາງ ແລະເຂດປາກທະເລເກືອດ້າຍ ຈໍານວນ 400 ກະຊັງ ເພື່ອຈໍາກັດຄວາມເສຍຫາຍ.

ໂດຍ: ຈາງຫງວຽນ