ດ້ວຍຫົວຂໍ້ “ການເຂົ້າຮ່ວມຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ, ບັນດາຜົນງານທີ່ບັນລຸໄດ້ ແລະສິ່ງທ້າທາຍ”, ກອງປະຊຸມສໍາມະນາ ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນຂອງຫວຽດນາມ, ຍີ່ປຸ່ນ ແລະບັນດາປະເທດ ADMM+ ປຶກສາຫາລື, ແລກປ່ຽນບົດຮຽນ ເພື່ອແນໃສ່ຊຸກຍູ້ບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຜ່ານນັ້ນ ເພີ່ມທະວີການຮ່ວມມືໃນຂົງເຂດຮັກສາສັນຕິພາບ ເວົ້າລວມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ. ພາບ: ໝີ້ແຮ້ງ.

ກອງປະຊຸມ ໂດຍທ່ານນາງ Tomoko Matsuzawa, ຫົວໜ້າພະແນກຮ່ວມມືດ້ານປ້ອງກັນຊາດພາກພື້ນປາຊີຟິກ-ອິນເດຍ, ຫ້ອງນະໂຍບາຍສາກົນ, ກົມນະໂຍບາຍປ້ອງກັນຊາດ (ກະຊວງປ້ອງກັນປະເທດຍີ່ປຸ່ນ) - ຫົວໜ້າກຸ່ມ EWG PKO ຍີ່ປຸ່ນ ແລະພັນເອກພິເສດ ມາກດຶກຈ້ອງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ຫົວໜ້າກຸ່ມ EWG PKO ຫວຽດນາມ, ເປັນປະທານຮ່ວມ.

ທີ່ກອງປະຊຸມ, ທ່ານພັນເອກພິເສດ ມາກດຶກຈ້ອງ ໄດ້ເນັ້ນໜັກເຖິງບົດບາດສໍາຄັນຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ, ໂດຍສະເພາະແມ່ນການເຄື່ອນໄຫວດ້ານການທະຫານ-ພົນລະເຮືອນ (CIMIC) ໃນການແກ້ໄຂການປະທະກັນ. ເຖິງຢ່າງໃດກໍ່ຕາມ, ການເພີ່ມອັດຕາແມ່ຍິງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຍາມໃດ ກໍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ກອງປະຊຸມສໍາມະນາແມ່ນການເຄື່ອນໄຫວທີ່ແທດຈິງຄັ້ງທໍາອິດໃນຖານະເປັນປະທານຮ່ວມ EWG PKO ໄລຍະ4 (2021-2023)  ໃນຂອບເຂດ ADMM+ ຂອງຫວຽດນາມ ແລະຍີ່ປຸ່ນ. ທ່ານພັນເອກພິເສດ ມາກດຶກຈ້ອງ ຫວັງວ່າ ໄລຍະ 4 ຈະມີບັນດາການເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍຕື່ມອີກ.

ພື້ນຖານແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງ ແມ່ນຂໍ້ລິເລີ່ມຂອງຫວຽດນາມ ແລະຍີ່ປຸ່ນ, ໃນຖານະເປັນປະທານຮ່ວມ ໄລຍະ 4 EWG PKO ໃນຂອບເຂດ ADMM+, ເຊິ່ງໄດ້ສະເໜີ ແລະໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ADMM+ ໃນຂອບເຂດກອງປະຊຸມ EWG PKO ຄັ້ງທີ 14 ທີ່ໄດ້ຈັດຂຶ້ນຢູ່ຫວຽດນາມໃນວັນທີ 6 ເມສາ 2021 ຜ່ານມາ.

ໂດຍ: ກວຽດເຕິມ