ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີທ່ານ Patrick Leahy  ສະໜັບສະໜູນເລືື່ອງໜູນຊ່ວຍງົບປະມານຕື່ມອີກເພື່ອຍູ້ໄວຄວາມຄືບໜ້າສຳເລັດໂຄງການກຳຈັດດີໂອຊິນ ຢູ່ສະໜາມບິນບຽນຮວ່າ; ຄົ້ນຄວ້າເປີດກວ້າງເປົ້າໝາຍໃນໂຄງການໜູນຊ່ວຍປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ຄົນພິການຢູ່ 8 ແຂວງ ຖືກພົ່ນທາດພິດສີສົ້ມ/ດີໂອຊິນ; ສືບຕໍ່ສົມທົບກັນໃນການຊອກຫາທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Patrick Leahy ສະມາຊິກສະພາສູງອາເມລິກາ. ພາບ: ເລຕຸ່ງ.

ຮັບຮູ້ຄຳສະເໜີຂອງຝ່າຍຫວຽດນາມ, ທ່ານ Leahy ຢັ້ງຢືນຄວາມສໍາຄັນ, ຄວາມໝາຍຂອງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະໃຫ້ຮູ້ວ່າ ໃນຖານະຕຳແໜ່ງ, ໜ້າທີ່ຮັບຜິດຊອບຂອງຕົນທ່ານຈະສືບຕໍ່ສະເໜີສະພາແຫ່ງຊາດ ແລະລັດຖະບານອາເມລິກາ ໜູນຊ່ວຍສ້າງເງື່ອນໄຂ ສະດວກທີ່ສຸດເພື່ອໃຫ້ບັນດາຂົງເຂດຮ່ວມມືດັ່ງກ່າວລະຫວ່າງສອງຝ່າຍຜັນຂະຫຍາຍຢ່າງມີປະສິດທິຜົນ.

ກ່ອນໜ້ານັ້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະ ແລະເຮັດວຽກກັບທ່ານນາງ Samantha Power, ຜູ້ອໍານວຍການອົງການພັດທະນາສາກົນອາເມລິກາ (USAID). ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບຜູ້ອໍານວຍການ USAID ຂໍ້ສະເໜີຕ່າງໆທີ່ກ່ຽວຂ້ອງເຖິງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສະເໜີ USAID ຄົ້ນຄວ້າໜູນຊ່ວຍໃຫ້ການກໍານົດລາຍຊື່ທະຫານຫວຽດນາມ ໄດ້ເສຍສະຫຼະຊີວິດໃນປາງສົງຄາມ, ກໍ່ຄືຍົກສູງກຳລັງຄວາມສາມາດໃຫ້ຫວຽດນາມ ໃນຂົງເຂດນີ້. ທ່ານນາງ Power ໃຫ້ຮູ້ຈະສະໜັບສະໜູນຂໍ້ສະເໜີຕ່າງໆຂອງຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Samantha Power  ຜູ້ອຳນວຍການ USAID. ພາບ: ເລຕຸ່ງ.

ພາຍຫຼັງການພົບປະສອງຄັ້ງດັ່ງກ່າວ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ພົບປະ ແລະເຮັດວຽກກັບທ່ານ ປອ. Ely Ratner, ຜູ້ຊ່ວຍວຽກໃຫ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍບັນດາເນື້ອໃນເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບໃນການຢ້ຽມຢາມຫວຽດນາມ ຂອງທ່ານ Lloyd Austin ລັດຖະມົນຕີປ້ອງກັນປະເທດອາເມລິກາ ໃນທ້າຍເດືອນກໍລະກົດ ຜ່ານມາ. ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ສະເໜີສອງຝ່າຍເພີ່ມທະວີການຮ່ວມມືດ້ານການແພດທະຫານ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກໍ່ສະເໜີຝ່າຍ ອາເມລິກາ ຄົ້ນຄ້ວາໜູນຊ່ວຍ, ກໍ່ຄືຊ່ວຍຫວຽດນາມເຂົ້າເຖິງວັກຊິນກັນພະຍາດໂຄວິດ 19. ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີກໍ່ໄດ້ສະເໜີຝ່າຍ ອາເມລິກາ ໜູນຊ່ວຍ ກໍ່ຄືມີທັດສະນະສະໜັບສະໜູນຫວຽດນາມ ຢູ່ ສປຊ ໃນການຜັນຂະຫຍາຍກອງທະຫານຊ່າງແສງຂອງຫວຽດນາມ ມາຍັງຄະນະປະຕິບັດງານຮັກສາສັນຕິພາບ ສປຊ. ທ່ານ Ely Ratner ຮັບຮູ້ ແລະສະໜັບສະໜູນບັນດາຂໍ້ສະເໜີດັ່ງກ່າວ ຂອງຫວຽດນາມ.

ໂດຍ: ແສງເດືອນ