leftcenterrightdel
ທ່ານພັນເອກພິເສດ ຟ້າມແມ້ງຖັງ ຮອງຫົວໜ້າກົມພົວພັນຕ່າງປະເທດ/ກະຊວງປ້ອງກັນປະເທດ ກ່າວຄໍາເຫັນທີ່ການແລກປ່ຽນບົດຮຽນກ່ຽວກັບຄວາມໝັ້ນຄົງທາງທະເລ. ພາບ: ວິ້ງອານ.

ທີ່ການແລກປ່ຽນບົດຮຽນກ່ຽວກັບຄວາມໝັ້ນຄົງ, ບັນດາຜູ້ແທນໄດ້ປຶກສາຫາລືເນື້ອໃນທີ່ກ່ຽວຂ້ອງເຖິງປັດໄຈນິຕິກໍາໃນການຮັບປະກັນການປະຕິບັດກົດໝາຍຢູ່ທະເລ. ຕາມທ່ານພັນເອກພິເສດ ຟ້າມແມ້ງຖັງ ຮອງຫົວໜ້າກົມພົວພັນຕ່າງປະເທດ ແລ້ວ, ການເຄື່ອນໄຫວຄັ້ງນີ້ໄດ້ປະກອບສ່ວນເຮັດໃຫ້ເນື້ອໃນ IPE21 ອຸດົມສົມບູນຂຶ້ນຕື່ມ, ພ້ອມທັງສະແດງໃຫ້ເຫັນເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດໃນການສືບຕໍ່ຊຸກຍູ້ທ່າຮ່ວມມືດ້ານປ້ອງກັນຊາດ, ບໍ່ປະໃຫ້ພະຍາດໂຄວິດ-19 ກີດຂວາງການຮ່ວມມື. 

leftcenterrightdel
ການແລກປ່ຽນບົດຮຽນກ່ຽວກັບຄວາມໝັ້ນຄົງທາງທະເລ ທີ່ດໍາເນີນທາງອອນລາຍ ແລະສົມທົບກັບການຈັດຂຶ້ນໂດຍກົງ. ພາບ: ວິ້ງອານ.

ເພດ, ສັນຕິພາບ ແລະຄວາມໝັ້ນຄົງແມ່ນຫົວຂໍ້ທີ່ນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ໃນປັດຈຸບັນຈາກບັນດາປະເທດ. ໂດຍໄດ້ຮັບຄວາມເຫັນດີຈາກກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດອົດສະຕາລີ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບສະຖານທູດ ອົດສະຕາລີ ປະຈໍາຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມພົບປະແລກປ່ຽນກ່ຽວ ກັບຫົວຂໍ້ນີ້. ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນກ່ຽວກັບການຍົກສູງກຳລັງຄວາມສາມາດ ແລະຄວາມຮູ້ທີ່ເປັນປະໂຫຍດໃຫ້ແກ່ນາຍທະຫານຫວຽດນາມ ເວົ້າລວມ, ທະຫານເພດຍິງຫວຽດນາມ ເວົ້າສະເພາະ ເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຕາມຮູບການສ່ວນຕົວ ແລະກົມກອງ, ຜ່ານນັ້ນປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະໃນໂລກໃນຂົງເຂດຮັກສາສັນຕິພາບ ສປຊ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການແລກປ່ຽນບົດຮຽນກ່ຽວກັບການໜູນຊ່ວຍມະນຸດສະທໍາ/ບັນເທົາທຸກໄພພິບັດ. ພາບ: ວິ້ງອານ.

ການໜູນຊ່ວຍມະນຸດສະທໍາ/ບັນເທົາທຸກໄພພິບັດ ແມ່ນຫົວຂໍ້ທີ່ໄດ້ແລກປ່ຽນລະຫວ່າງກົມກູ້ໄພ-ກູ້ຊີບ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ແລະສູນທະຫານ-ພົນລະເຮືອນອົດສະຕາລີ (ACMC) ໃນສະຖານະການທີ່ທັງຫວຽດນາມ ແລະອົດສະຕາລີ ໃນໄລຍະຜ່ານມາລ້ວນແຕ່ເກີດໄພທໍາມະຊາດ, ພາຍຸ, ນໍ້າຖ້ວມທີ່ກໍ່ຄວາມເສຍຫາຍ ຢ່າງຮ້າຍແຮງ, ຮຽກຮ້ອງຕ້ອງມີການສົມທົບຈາກກໍາລັງຕ່າງໆບົນພື້ນຖານການແບ່ງຂັ້ນຈາກສູນກາງລົງຮອດທ້ອງຖິ່ນ. ຜ່ານການແລກປ່ຽນ, ສອງຝ່າຍໄດ້ແບ່ງປັນກ່ຽວກັບໂຄງປະກອບການຈັດຕັ້ງ ແລະຂັ້ນຕອນການເຄື່ອນໄຫວຂອງກັນ, ສ້າງເງື່ອນໄຂເປີດກວ້າງຂອບເຂດການຮ່ວມມືໃນຂົງເຂດນີ້ລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ