ໃນຊຸມວັນຜ່ານມາ, ສະພາບພະຍາດໂຄວິດ-19 ໃນບໍລິເວນແຂວງກຽນຢາງ ຜັນແປຢ່າງສັບສົນ, ຄາດວ່າໃນໄລຍະຈະມາເຖິງ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຈະສືບຕໍ່ເພີ່ມຂຶ້ນ. ຕໍ່ໜ້າສະພາບການນັ້ນ, ຄະນະກໍາມະການປະຊາຊົນແຂວງກຽນຢາງ ໄດ້ສ້າງຕັ້ງຮາກຖານປິ່ນປົວຫຼາຍແຫ່ງ, ແຕ່ຍ້ອນຈຳນວນແພດໝໍໃນປະຈຸບັນຍັງຂາດເຂີນເມື່ອທຽບໃສ່ຄວາມຕ້ອງການ. ໃນການຈັດສົ່ງຄັ້ງນີ້, ທະຫານເຂດ 9 ຈັດສົ່ງກໍາລັງແພດໝໍລວມມີ ແພດໝໍ 10 ຄົນ ແລະພະຍາບານ 20 ຄົນຂອງໂຮງໝໍເສນາຮັກ 121 ເຂົ້າຮ່ວມຮັບໃຊ້ຢູ່ໂຮງໝໍສະໜາມນະຄອນຮ່າຕຽນ ຕາມຄໍາຮຽກຮ້ອງໜູນຊ່ວຍຂອງຄະນະກໍາມະການປະຊາຊົນແຂວງກຽນຢາງ.

leftcenterrightdel
ການນໍາກອງບັນຊາການທະຫານເຂດ 9 ລະດົມກໍາລັງໃຈກໍາລັງປະຕິບັດໜ້າທີ່. ພາບ: qdnd.vn.

ກ່າວຄໍາເຫັນມອບໜ້າທີ່ໃຫ້ບັນດາກໍາລັງ, ທ່ານພົນຈັດຕະວາ ຫງວຽນມິນຈ່ຽວ ເນັ້ນໜັກວ່າ “ນີ້ແມ່ນໜ້າທີ່ຫຍຸ້ງຍາກ, ອັນຕະລາຍ, ຍາວນານ, ບັນດາກໍາລັງຍາມໃດກໍ່ຕ້ອງຍົກສູງນໍ້າໃຈຮັບຜິດຊອບ, ຍົກສູງຈັນຍາບັນ-ຈັນຍາທໍາແພດ, ເສີມຂະຫຍາຍພູມປັນຍາ, ຄຸນນະທາດ; ສ້າງສາຍພົວພັນສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ປະຕິບັດລະບຽບວິໄນກອງທັບຢ່າງເຂັ້ມງວດ. ຄຽງຂ້າງນັ້ນ, ຄວນສົມທົບກັບກໍາລັງສາທາລະນະສຸກທ້ອງຖິ່ນຢ່າງແໜ້ນແຟ້ນ, ຮັບປະກັນຄວາມປອດໄພທຸກດ້ານຢ່າງເດັດຂາດ; ປະກອບສ່ວນພ້ອມກັບທ້ອງຖິ່ນສະກັດກັ້ນ, ຍູ້ຖອຍພະຍາດໂຄວິດ-19, ນໍາການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິໂດຍໄວ”.

ຄຽງຂ້າງການໜູນຊ່ວຍວັດຖຸ, ອຸປະກອນແລ້ວ, ນັບແຕ່ພະຍາດໂຄວິດ-19 ລະບາດຄັ້ງທີ 4 ມາຮອດປະຈຸບັນ, ກອງບັນຊາການທະຫານເຂດ 9 ໄດ້ຈັດສົ່ງກໍາລັງໄປໜູນຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ ແລະນະຄອນໂຮ່ຈີມິນ.

ໂດຍ: ຈາງຫງວຽນ