leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ການສົນທະນາທາງໄກ. ພາບ: ເຟືອງລິງ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ  ສປຊ ແລະຫວຽດນາມ ໃນ 40 ກວ່າປີຜ່ານມາ, ໂດຍສະເພາະແມ່ນສະພາບການພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນໃນທົ່ວໂລກ; ພ້ອມທັງ ຢັ້ງຢືນວ່າ, ອົງການ ສປຊ ແມ່ນກົນໄກສໍາຄັນໃນວິວັດການຜັນຂະຫຍາຍແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ແບ່ງປັນກັບທ່ານ Jean-Pierre Lacroix ກ່ຽວກັບສະພາບການຮ່ວມມືໃນຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ, ທ່ານ ໄດ້ເນັ້ນໜັກເຖິງສານໄກ່ເກ່ຍຄວາມປອງດອງ, ຮ່ວມມື, ຜ່ານຜ່າຄວາມເຈັບປວດຈາກສົງຄາມ ເພື່ອມຸ່ງໄປເຖິງອະນາຄົດ, ນອກນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ໄດ້ອັບເດດການເຄື່ອນໄຫວຮັກສາສັນຕິພາບ ສປຊ ຂອງຫວຽດນາມ, ລວມມີ: ສະພາບຕົວຈິງການຜັນຂະຫຍາຍກໍາລັງຂອງຫວຽດນາມ ຢູ່ຄະນະປະຕິບັດງານ; ບັນຫາກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ; ວຽກງານອົບຮົມ-ຫັດແອບ; ການກະກຽມຄວາມພ້ອມທຸກດ້ານຂອງຫວຽດນາມ ເມື່ອເຂົ້າຮ່ວມການຮັກສາສັນຕິພາບ ສປຊ, ໃນນັ້ນມີກໍາລັງຊ່າງແສງ...

leftcenterrightdel
ບັນຍາກາດທີ່ການສົນທະນາທາງໄກຢູ່ຈຸດເຊື່ອມຕໍ່ຮ່າໂນ້ຍ. ພາບ: ເຟືອງລິງ.

ສ່ວນທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ ກໍ່ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຊົມເຊີຍການສະໜັບສະໜູນຂອງຫວຽດນາມ ຕໍ່ກັບຂໍ້ລິເລີ່ມຂອງ ສປຊ ກ່ຽວກັບການຮັກສາສັນຕິພາບ... ທ່ານ Jean-Pierre Lacroix ຕີລາຄາສູງຕໍ່ເລື່ອງຫວຽດນາມ ໃຫ້ຄໍາໝັ້ນສັນຍາສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເລິກເຊິ່ງກວ້າງຂວາງກວ່າ ແລະທ່ານ ຍັງໃຫ້ຮູ້ວ່າຈະສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ມີໂອກາດຖືກຄັດເລືອກຄະນະປະຕິບັດງານທີ່ສອດຄ່ອງເພື່ອຜັນຂະຫຍາຍກອງຮ້ອຍຊ່າງແສງໃນໄລຍະຈະມາເຖິງ. ໂອກາດນີ້, ທ່ານ Jean-Pierre Lacroix ກໍ່ສະເໜີໃຫ້ ຫວຽດນາມ ສືບຕໍ່ສະໜັບສະໜູນ ແລະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດ ກ່ຽວກັບການຮັກສາສັນຕິພາບ ຄັ້ງທີ 4 ຂອງ ສປຊ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນທັນວາ ປີ 2021 ຢູ່ ເຊອຸນ, ສ.ເກົາຫຼີ.  

ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ-ສປຊ ໃນຂົງເຂດຮັກສາສັນຕິພາບ ສປຊ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການປະຕິບັດກົດໝາຍຢູ່ທະເລ, ການພັດທະນາແບບຍືນຍົງ, ເພີ່ມຂີດຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ການໜູນຊ່ວຍມະນຸດສະທໍາ ແລະບັນເທົາທຸກໄພພິບັດ... ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ສປຊ ຈະສືບຕໍ່ເປັນຂົວເຊື່ອມຕໍ່ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ແລະບັນດາຄູ່ຮ່ວມມືທີ່ມີເຈດຕະນາດີໃນອະນາຄົດ.

ໂດຍ: ໄຊຊະນະ