ກົມກອງກອງທັບຊ່ວຍປະຊາຊົນຕ້ານພາຍຸ
ກປ.ອອນໄລ - ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢູ່ເຂດຖືກນໍ້າຖ້ວມ, ຕອນທ່ຽງວັນທີ 12 ກັນຍາ, ກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ຊີ້ນໍາກໍາລັງປະຈໍາການກອງບັນຊາການທະຫານເມືອງບິ່ງເຊີນ ສົມທົບກັບກໍາລັງທະຫານລາດຂອງກອງບັນຊາການທະຫານຕາແສງບິ່ງຖ້ວນ ຍົກຍ້າຍ 20 ຄອບຄົວ ດ້ວຍປະຊາຊົນເກືອບ 200 ຄົນ ຢູ່ບ້ານດົງໂລ໊ ໄປເຖິງບ່ອນປອດໄພ.
    |
 |
ກອງບັນຊາການທະຫານເມືອງບິ່ງເຊີນ ສົມທົບກັບກໍາລັງທະຫານລາດປະຈໍາການ ຕາແສງບິ່ງຖ້ວນ ຍົກຍ້າຍປະຊາຊົນບ້ານດົງໂລ໊ ໄປເຖິງບ່ອນປອດໄພ. ພາບ: qdnd.vn. |
ນອກນີ້, ກອງບັນຊາການທະຫານເມືອງບິ່ງເຊີນ ກໍ່ໄດ້ຈັດສົ່ງທະຫານລາດ 42 ຄົນ ໄປສົມທົບກັບກໍາລັງຕໍາຫຼວດເຂົ້າຮ່ວມ 21 ດ່ານສະກັດກັ້ນຢູ່ຕາມທາງຈະລາຈອນທີ່ຖືກນໍ້າຖ້ວມໜັກໃນບໍລິເວນເທດສະບານ ເຈົາໂອ້ ແລະ 5 ຕາແສງ: ບິ່ງເຈົາ, ບິ່ງລອງ, ບິ່ງເຢືອງ, ບິ່ງເຟື໊ອກ, ບິ່ງເຈືອງ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນເມື່ອເຂົ້າຮ່ວມການຈະລາຈອນ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊານແດນ ຫາຍເວິນ ຊ່ວຍປະຊາຊົນແກ່ດຶງພາຫະນະຂຶ້ນຝັ່ງ. ພາບ: qdnd.vn. |
* ໃນວັນທີ 11 ແລະວັນທີ 12 ກັນຍາ, ກອງບັນຊາການທະຫານຊາຍແດນນະຄອນດ່ານັ້ງ ໄດ້ຈັດສົ່ງພະນັກງານ, ນັກຮົບກວ່າ 300 ເທື່ອຄົນໄປຍັງບໍລິເວນສໍາຄັນເພື່ອຊ່ວຍພໍ່ແມ່ປະຊາຊົນຕ້ານພາຍຸ. ພະນັກງານ, ນັກຮົບທະຫານຊາຍແດນ ໄດ້ເອົາເຊືອກມາຊ່ວຍມັດ, ຈ່ອງເຮືອນໄວ້ໃຫ້ 150 ຄອບຄົວ; ແກ່ດຶງພາຫະນະຂຶ້ນຝັ່ງ, ມັດເຮືອໄວ້ 30 ລຳ; ເຮັດອະນາໄມຕາມໂຮງຮຽນໃນບໍລິເວນ; ຂົນສົ່ງສິນຄ້າຊ່ວຍເຫຼືອ ແລະແກ້ໄຂຜົນຮ້າຍຢ້ອນຫຼັງເບື້ອງຕົ້ນຍ້ອນພາຍຸກໍ່ຂຶ້ນ. ບັນດາກົມກອງໄດ້ລະດົມພະນັກງານ, ນັກຮົບ 150 ຄົນໄປຍັງບໍລິເວນຈຸດສຸມ, ຈຸດສໍາຄັນ, ບໍລິເວນມີຄວາມສ່ຽງເກີດດິນເຊາະເຈື່ອນສູງເພື່ອຊ່ວຍຍົກຍ້າຍ 20 ຄອບຄົວໄປເຖິງບ່ອນປອດໄພ.
ໂດຍ: ໄຊຊະນະ