ການຢ້ຽມຢາມຂອງທ່ານ Kishi Nobuo ດໍາເນີນໄປໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະຍີ່ປຸ່ນ ກໍາລັງພັດທະນາຢ່າງແຮງ, ຮອບດ້ານ ແລະແທດຈິງໃນທຸກຂົງເຂດ, ໃນນັ້ນການພົວພັນດ້ານປ້ອງກັນຊາດພັດທະນາຢ່າງຕໍ່ເນື່ອງທັງລວງກວ້າງ ແລະລວງເລິກ, ນັບແຕ່ເມື່ອ ຍີ່ປຸ່ນ ເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ຫວຽດນາມ ໃນປີ 1995 ແລະ ຫວຽດນາມ ເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ປະຈໍາ ຍີ່ປຸ່ນ ໃນປີ 1998, ການພົວພັນດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ, ຄ່ອຍໆກາຍເປັນເສົາຄໍ້າສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ. ບົນຈິດໃຈບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ແລະແລກປ່ຽນດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມໃນເດືອນຕຸລາ ປີ 2011 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ມຸ່ງໄປເຖິງທົດສະວັດຕໍ່ໜ້າລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ຍີ່ປຸ່ນ ທີ່ໄດ້ລົງນາມໃນເດືອນເມສາ ປີ 2018, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ ຕາມທິດຮ່ວມມືແທດຈິງ, ມີປະສິດທິຜົນ...

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Kishi Nobuo ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ທີ່ການພົບປະເຈລະຈາທາງໄກເມື່ອຕົ້ນເດືອນມິຖຸນາ ຜ່ານມາ, ທ່ານລັດຖະມົນຕີ ຟານວັນຢາງ ກໍໄດ້ເຫັນດີເປັນເອກະພາບກັບທ່ານລັດຖະມົນຕີ Kishi Nobuo ວ່າ ສອງຝ່າຍຄວນຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຫຼາຍຝ່າຍພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ໃນນັ້ນບຸລິມະສິດການພົບປະແລກປ່ຽນທຸກຂັ້ນ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ຮັກສາກົນໄກເຈລະຈາ, ປຶກສາຫາລືນາຍທະຫານເສນາທິການທະຫານເຮືອ, ທະຫານບົກ ແລະທະຫານອາກາດໃຫ້ມີປະສິດທິຜົນ; ຜັນຂະຫຍາຍໂຄງການໜູນຊ່ວຍຍົກສູງຄວາມສາມາດ...

ບົນພື້ນຖານບັນດາໝາກຜົນພັດທະນາຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ. ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Kishi Nobuo ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ພ້ອມທັງປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ຍີ່ປຸ່ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິທິຜົນ, ແທດຈິງ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ກວຽດເຕິມ