ບັນດາສະຫາຍທີ່ຮັກແພງ!

ໃນໄລຍະຜ່ານມາ, ສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນໄດ້ສົ່ງຜົນສະທ້ອນເຖິງທຸກດ້ານຂອງຊີວິດສັງຄົມ, ໃນນັ້ນມີກອງທັບ. ໂດຍປະຕິບັດຕາມຄໍາຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ຜູ້ບັນຊາການທຸກຂັ້ນ, ພະນັກງານ, ນັກຮົບໃນທົ່ວກອງທັບ ແລະກໍາລັງທະຫານລາດ ໄດ້ສົມທົບກັບທຸກຂັ້ນ, ທຸກຂະແໜງການ, ຄະນະພັກອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນຕ່າງໆປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn.

ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ, ສັນລະເສີນຜົນງານ, ວຽກງານຂອງບັນດາສະຫາຍຢ່າງສຸດໃຈ; ພິເສດແມ່ນກໍາລັງທີ່ເຮັດໜ້າທີ່ໂດຍກົງຢູ່ບັນດາທ້ອງຖິ່ນທີ່ປະຕິບັດມາດຕະການການເວັ້ນໄລຍະຫ່າງທາງສັງຄົມ; ເປັນຕົ້ນແມ່ນຢູ່ນະຄອນໂຮ່ຈີມິນ, ບັນດາແຂວງ, ນະຄອນ: ບີ່ງເຢືອງ, ດົ່ງນາຍ, ລອງອານ, ຕ່ຽນຢາງ... ບໍ່ຫວັ່ນໄຫວຕໍ່ຫຍຸ້ງຍາກ, ລຳບາກ, ກຽມພ້ອມສູ້ຮົບ, ຄວບຄຸມທາງການແພດ, ການເຄື່ອນໄຫວເຂົ້າ-ອອກເມືອງຢູ່ເສັ້ນຊາຍແດນ; ເປັນເຈົ້າການເສຍສະຫຼະຄ້າຍທະຫານ, ພື້ນຖານວັດຖຸ, ລະດົມກໍາລັງ, ພາຫະນະ, ອຸປະກອນການແພດ, ເຂົ້າຮ່ວມໃນການຂົນສົ່ງ, ເອົາຕົວຢ່າງວິເຄາະ; ສັກວັກຊິນ; ຄົ້ນຄວ້າ, ຜະລິດວັກຊິນ. ປະຕິບັດວຽກງານໂຄສະນາ, ພົ່ນຢາຂ້າເຊື້ອ, ວຽກງານຂີດແບ່ງເຂດ, ກໍາຈັດພະຍາດ; ໜູນຊ່ວຍປະຊາຊົນເກັບກ່ຽວຜະລິດຕະພັນກະເສດ ແລະຫຼາຍໜ້າທີ່ອື່ນ... ບັນດາວຽກງານດັ່ງກ່າວໄດ້ຢັ້ງຢືນວ່າກອງທະຫານເຮັດວຽກໃນໄລຍະໃໝ່ໄດ້ຮັບການຕີລາຄາສູງຈາກພັກ, ລັດ, ປະຊາຊົນ ແລະເພື່ອນມິດສາກົນ.

ສະພາບພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ; ດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຮຽກຮ້ອງມາຍັງພະນັກງານ, ນັກຮົບໃນທົ່ວກອງທັບ ແລະກໍາລັງທະຫານລາດໃນທົ່ວປະເທດສືບຕໍ່ເສີມຂະຫຍາຍນ້ຳໃຈດຸໝັ່ນຂະຫຍັນພຽນຂອງ “ທະຫານລຸງໂຮ່” ແລະມູນເຊື້ອສາມັກຄີ, ຮັກແພງຊ່ວຍເຫຼືອກັນຂອງຊາດ; ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດ ແລະມີປະສິດທິຜົນ, ປະກອບສ່ວນສະກັດກັ້ນພະຍາດໂຄວິດ-19 ໃຫ້ສໍາເລັດ, ນໍາເອົາຄວາມສະຫງົບສຸກມາໃຫ້ປະຊາຊົນ.

ອວຍພອນໃຫ້ບັນດາສະຫາຍພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດ.

ຊົມເຊີຍຢ່າງຈິງໃຈ ແລະເພື່ອໄຊຊະນະ!

ທ່ານພົນເອກ ຟານວັນຢາງ