ຈຸດທີ່ໜ້າເອົາໃຈໃສ່ໃນການໂຄສະນາເຜີຍແຜ່ກ່ຽວກັບການແຂ່ງຂັນກິລາການທະຫານສາກົນ Army Games 2021 ແມ່ນເລື່ອງໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ເປີດເວັບໄຊຫົວເລື່ອງສະເພາະເພື່ອສົມທົບກັບການພັດທະນາເນື້ອໃນຢູ່ໃນລະບົບເຄືອຂ່າຍສັງຄົມ. ຊ່ອງສື່ສານດັ່ງກ່າວນີ້ຈະຮັບຂໍ້ມູນຂ່າວສານ, ຮູບພາບ, ການແບ່ງປັນຂອງນັກກິລາ, ເພື່ອນຮ່ວມກົມກອງ, ຍາດພີ່ນ້ອງ, ຄອບຄົວ ແລະການນໍາ, ຜູ້ບັນຊາກົມກອງຕ່າງໆ.

leftcenterrightdel
ເວັບໄຊ http://armygames.qdnd.vn. ພາບຖ່າຍຮູບໜ້າຈໍ.

ຄືດັ່ງທີ່ໜັງສືພິມກອງທັບປະຊາຊົນເອເລັກໂຕນິດ ໄດ້ລົງຂ່າວໃນລະຫວ່າງວັນທີ 22 ສິງຫາ - 4 ກັນຍາ, Army Games 2021 ຈະຈັດຕັ້ງຢູ່ 12 ປະເທດດ້ວຍ 34 ລາຍການແຂ່ງຂັນ. ປີນີ້ການແຂ່ງຂັນກິລາການທະຫານສາກົນມີ 269 ທີມກອງທັບທີ່ມາຈາກ 41 ປະເທດໃນໂລກເຂົ້າຮ່ວມ. ຫວຽດນາມ ເປັນເຈົ້າພາບຈັດຕັ້ງສອງລາຍການແຂ່ງຂັນ ຄັ້ງທໍາອິດ, ນັ້ນແມ່ນເຂດແດນຜູ້ຍິງ ແລະເຂດອຸບັດຕິເຫດ (ກູ້ຊີບ-ກູ້ໄພ).

ເນື່ອງໃນໂອກາດ Army Games ປີນີ້, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ໄດ້ສ້າງ Fanpage “Army Games 2021 ຫວຽດນາມ” ແລະກຸ່ມ “ຜູ້ເຂົ້າຮ່ວມ ແລະຮັກມັກ Army Games” ໃນ Facebook; ກຸ່ມ “ຜູ້ຮ່ວມງານໂຄສະນາ Army Games” ໃນ Zalo ແລະ “ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ” ໃນເຄືອຂ່າຍສັງຄົມ Zalo... ນີ້ແມ່ນຊ່ອງຂໍ້ມູນຂ່າວສານເພື່ອເຊື່ອມຕໍ່ວຽກງານໂຄສະນາຢ່າງມີປະສິດທິຜົນ, ລະດົມກໍາລັງໃຈໃຫ້ນັກກິລາແຂ່ງຂັນຢ່າງທັນການ.

ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຫວັງວ່າຈະໄດ້ຮັບການຮ່ວມງານ, ການຊ່ວຍເຫຼືອຈາກບັນດາສະຫາຍ ແລະເພື່ອນມິດເພື່ອປະກອບສ່ວນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່, ຄວາມສາມາດ ແລະຄຸນນະທາດຂອງກອງທັບປະຊາຊົນຫວຽດນາມ ໃນການແຂ່ງຂັນສາກົນ.

ໂດຍ: ຈາງຫງວຽນ