ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ຜູ້ບັນຊາການຄະນະປະຕິບັດງານ ແລະກອງກໍາປັ່ນ 015, 016 ໄດ້ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຈັດເຂດຈໍາກັດບໍລິເວນ, ສ້າງວິທີປ້ອງກັນ, ຕ້ານພະຍາດຢ່າງຮັດກຸມ, ສົ່ງເສີມສຸຂະພາບທະຫານຕາມກໍລະນີທີ່ລະອຽດ, ຮັບປະກັນປະຕິບັດໜ້າທີ່ຝຶກແອບ-ຫັດແອບໃຫ້ດີ, ຕັດສິນໃຈບັນລຸຜົນງານສູງສຸດຢູ່ Army Games 2021. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ກອງກໍາປັ່ນ 015, 016.

leftcenterrightdel
ແພດທະຫານຂອງກໍາປັ່ນ 016 ພົ່ນຢາຂ້າເຊື້ອໃຫ້ພະນັກງານອອກຈາກກໍາປັ່ນໄປເຮັດວຽກກັບທະຫານເຮືອສະຫະພັນລັດເຊຍ. ພາບ: qdnd.vn.
leftcenterrightdel
ແທກອຸນຫະພູມຮ່າງກາຍໃຫ້ຜູ້ຕາງໜ້າແມ່ທັບເຮືອປາຊີຟິກ ຂອງທະຫານເຮືອສະຫະພັນລັດເຊຍ ທີ່ມາເຮັດວຽກກັບກໍາປັ່ນ 016. ພາບ: qdnd.vn.
leftcenterrightdel
ພະນັກງານ, ນັກຮົບກອງກໍາປັ່ນປະຕິບັດການໃສ່ຜ້າອັດປາກ-ອັດດັງໃນທຸກການເຄື່ອນໄຫວ. ພາບ: qdnd.vn.
leftcenterrightdel
ແພດທະຫານແທກອຸນຫະພູມຮ່າງກາຍໃຫ້ພະນັກງານ, ນາຍທະຫານໃນໄລຍະເຂົ້າຮ່ວມການເຄື່ອນໄຫວຢູ່ນະຄອນ Vladivostok ເປັນປະຈຳ. ພາບ: qdnd.vn.
leftcenterrightdel
ແພດທະຫານກວດກາວັດຖຸ, ອຸປະກອນການແພດເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn.

ໂດຍ: ຈາງຫງວຽນ