ຕອນເຊົ້າວັນທີ 29 ກໍລະກົດ, ທີ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ເປັນປະທານພິທີຕ້ອນຮັບທ່ານ Lloyd Austin ລັດຖະມົນຕີປ້ອງກັນປະເທດອາເມລິກາ ຢ່າງເປັນທາງການ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Lloyd Austin ທີ່ພິທີຕ້ອນຮັບ. ພາບ: ຕ໊ວນຮຸຍ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Lloyd Austin ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຕ໊ວນຮຸຍ.

leftcenterrightdel
ລັດຖະມົນຕີສອງທ່ານພ້ອມດ້ວຍຄະນະຜູ້ແທນສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: ຕ໊ວນຮຸຍ.

ທີ່ການພົບປະເຈລະຈາໄດ້ດໍາເນີນພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີສອງທ່ານ ຕີລາຄາສູງຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຜ່ານມາ ແລະຖືວ່າຜົນການຮ່ວມມືບັນລຸໄດ້ປະສິດທິຜົນຢ່າງແທດຈິງ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຮອບດ້ານທີ່ກໍາລັງພັດທະນາອັນດີງາມລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດ: ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ (ຊອກຄົ້ນທະຫານທີ່ຫາຍສາບສູນໃນປາງສົງຄາມ, ເກັບກູ້ລະເບີດບໍ່ທັນແຕກ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ), ແກ້ໄຂບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (ປ້ອງກັນ, ຕ້ານພະຍາດໂຄວິດ-19, ຊອກຫາ-ກູ້ໄພ, ໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດ), ໜູນຊ່ວຍຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ, ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍບົນທະເລ, ເສນາຮັກ, ບໍາລຸງສ້າງ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີປ້ອງກັນປະເທດອາເມລິກາ ປະກາດໜູນຊ່ວຍອຸປະກອນຮັບໃຊ້ການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຕ໊ວນຮຸຍ.

ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືຕາມບັນດາເນື້ອໃນທີ່ລະບຸໄວ້ໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2011 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການພົວພັນດ້ານປ້ອງກັນຊາດ ທີ່ໄດ້ລົງນາມໃນປີ 2015; ໃນນັ້ນໃຫ້ບູລິມະສິດການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍບົນທະເລ, ການຮ່ວມມືເສນາຮັກປ້ອງກັນ, ຕ້ານພະຍາດໂຄວິດ-19, ການບໍາລຸງສ້າງ, ກໍ່ຄືການຊອກຮູ້ກໍາລັງຄວາມສາມາດ, ຄວາມຕ້ອງການຂອງແຕ່ລະຝ່າຍໃນການຮ່ວມມືດ້ານອຸດສາຫະກໍາປ້ອງກັນຊາດ...

ນອກຈາກນີ້, ລັດຖະມົນຕີສອງທ່ານ ຍັງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງການທະຫານທີ່ສົ່ງຜົນສະທ້ອນໂດຍກົງເຖິງພາກພື້ນ; ຢັ້ງຢືນບົດບາດໃຈກາງຂອງອາຊຽນ ໃນການຊຸກຍູ້ການຮ່ວມມືໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ. ລັດຖະມົນຕີສອງທ່ານ ກໍ່ແບ່ງປັນທັດສະນະກ່ຽວກັບຄວາມສໍາຄັນຂອງການເຄົາລົບບັນດາສິດ ແລະຜົນປະໂຫຍດອັນຊອບທໍາຂອງບັນດາປະເທດແຄມທະເລ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ກໍ່ຄືຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມເສລີໃນການບິນ ແລະການເດີນທະເລຢູ່ບັນດາເຂດທະເລ ແລະມະຫາສະໝຸດຕາມຂໍ້ກໍານົດຂອງກົດໝາຍສາກົນ  ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ມອບວັດຖຸພັນສົງຄາມໃຫ້ທ່ານລັດຖະມົນຕີ Lloyd Austin. ພາບ: ຕ໊ວນຮຸຍ.

leftcenterrightdel
ທ່ານລັດຖະມົນຕີ Lloyd Austin ມອບວັດຖຸພັນສົງຄາມໃຫ້ທ່ານລັດຖະມົນຕີ ຟານວັນຢາງ. ພາບ: ຕ໊ວນຮຸຍ.

ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Lloyd Austin ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຊອກຄົ້ນ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຫວຽດນາມ, ພ້ອມທັງມອບບາງວັດຖຸພັນສົງຄາມໃຫ້ກັນ ແລະກັນ.

 

ໂດຍ: ໄຊຊະນະ