ຜ່ານຂະບວນການ, ໂຄສະນາຂົນຂວາຍທະຫານ, ນາຍທະຫານວິຊາສະເພາະ, ພະນັກງານ, ພາລະກອນປ້ອງກັນຊາດ... ໃນທ່ົວກອງທັບເຂົ້າຮ່ວມບໍລິຈາກເລືອດເພື່ອຮັບໃຊ້ຄວາມຕ້ອງການສຸກເສີນ, ປິ່ນປົວໃຫ້ຄົນເຈັບໃນໄລຍະປະຈຸບັນ.

leftcenterrightdel
ກວດສຸຂະພາບກ່ອນບໍລິຈາກເລືອດ. ພາບ: qdnd.vn.

ຕາມນັ້ນແລ້ວ, ໂຮງໝໍກອງທັບແຫ່ງຕ່າງໆໄດ້ເປັນເຈົ້າການສ້າງແຜນການ, ສົມທົບກັບບັນດາອົງການເຂົ້າຮ່ວມບໍລິຈາກເລືອດຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຂໍ້ກໍານົດຂອງກົມເສນາຮັກ (ກົມໃຫຍ່ພະລາທິການ). ບັນດາກົມກອງໃນກອງທັບຍູ້ແຮງການໂຄສະນາຢູ່ກົມກອງກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການບໍລິຈາກເລືອດກູ້ເອົາຊີວິດຄົນໃນໄລຍະເກີດພະຍາດໂຄວິດ-19; ຂົນຂວາຍພະນັກງານ, ນັກຮົບເຂົ້າຮ່ວມບໍລິຈາກເລືອດ, ພິເສດສໍາລັບຄົນທີ່ເຄີຍເຂົ້າຮ່ວມບໍລິຈາກເລືອດ. ຂັ້ນຕອນການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວສະໝັກໃຈບໍລິຈາກເລືອດແມ່ນໃຫ້ປະຕິບັດຕາມຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄຳແນະນໍາຂອງກະຊວງສາທາລະນະສຸກ ແລະຂະແໜງການການແພດກ່ຽວກັບການຈັດຕັ້ງປຸກລະດົມສະໝັກໃຈບໍລິຈາກເລືອດໃນບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດຢ່າງເຂັ້ມງວດ, ພ້ອມທັງ ປະຕິບັດມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຄັ່ງຂັດ.

ໂດຍ: ເກື່ອງດັ້ງ