ກອງເຮືອກໍາປັ່ນ 015-ເຈິ່ນຮືງດ້າວ, ກໍາປັ່ນ 016-ກວາງຈູງ ສັງກັດກອງພົນນ້ອຍ 162, ທະຫານເຮືອເຂດ 4 ພ້ອມດ້ວຍຄະນະປະຕິບັດງານຳໂດຍທ່ານພັນເອກພິເສດ ຈິ້ງຊວນຕູ່ງ ຮອງຫົວໜ້າບັນຊາການກອງທັບເຮືອເຂດ 4 ຕາງໜ້າໃຫ້ທະຫານເຮືອຫວຽດນາມ ເຂົ້າຮ່ວມພິທີເດີນສວນສະໜາມ.

leftcenterrightdel
ກໍາປັ່ັນໝາກເລກ 015-ເຈິ່ນຮືງດ້າວ ໃນຮູບແຖວເດີນສວນສະໜາມຢູ່ນະຄອນ Vladivostok.

ທ່ານພົນຈັດຕະວາ Sergei Avakyants ຜູ້ບັນຊາການແມ່ທັບເຮືອປາຊີຟິກຂອງທະຫານເຮືອລັດເຊຍ ເປັນປະທານພິທີເດີນສວນສະໜາມ. ມີກໍາປັ່ນ 7 ລໍາເຂົ້າຮ່ວມການເດີນສວນສະໜາມລວມມີກໍາປັ່ນ 5 ລໍາຂອງແມ່ທັບເຮືອປາຊີຟິກພ້ອມກັບກໍາປັ່ນສອງລໍາຂອງທະຫານເຮືອຫວຽດນາມ.

ໃນຮູບແຖວກໍາປັ່ນເຂົ້າຮ່ວມພິທີເດີນສວນສະໜາມ, ກໍາປັ່ນໝາຍເລກ 015 ແລະ 016 ພົ້ນເດັ່ນຂຶ້ນດ້ວຍຮູບພາບທຸງຊາດຫວຽດນາມ ທີ່ປິວສະບັດຄຽງຂ້າງທຸງຊາດສະຫະພັນລັດເຊຍ. ນີ້ແມ່ນຄັ້ງທີສອງທີ່ທະຫານເຮືອຫວຽດນາມ ຈັດສົ່ງກໍາປັ່ນເຂົ້າຮ່ວມພິທີເດີນສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເຮືອສະພະພັນລັດເຊຍ.

ປີ 2019, ເປັນຄັ້ງທໍໍາອິດທີ່ກໍາປັ່ນໝາຍເລກ 016-ກວາງຈູງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມນະຄອນ Vladivostok ແລະເຂົ້າຮ່ວມພິທີເດີນສວນສະໜາມ. ໃນການຢຽມຢາມຄັ້ງທໍາອິດນີ້,  ຜູ້ບັນຊາການແມ່ທັບເຮືອປາຊີຟິກ ໄດ້ສະແດງຄວາມຫວັງວ່າ ແຕ່ລະປີທະຫານເຮືອຫວຽດນາມ ຈະຈັດສົ່ງກໍາປັ່ນມາຢ້ຽມຢາມ ແລະພົບປະແລກປ່ຽນກັບແມ່ທັບເຮືອປາຊີຟິກ.

ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງກໍາປັ່ນໝາຍເລກ 015 ແລະ 016 ສອງລໍາໃນພິທີເດີນສວນສະໜາມປະກອບສ່ວນຢັ້ງຢືນການສະໜັບສະໜູນຂອງກະຊວງປ້ອງກັນປະເທດຫວຽດນາມ ກໍ່ຄືທະຫານເຮືອປະຊາຊົນຫວຽດນາມ ຕໍ່ເຫດການສາກົນຕ່າງໆເຊິ່ງກະຊວງປ້ອງກັນປະເທດສະຫະພັນລັດເຊຍ ກໍ່ຄືທະຫານເຮືອສະຫະລັດເຊຍ ຈັດຕັ້ງ, ພ້ອມທັງຕອບສະໜອງຕໍ່ການສະໜັບສະໜູນຂອງທະຫານເຮືອສະຫະພັນລັດເຊຍ ທີ່ມີຕໍ່ການເຄື່ອນໄຫວໂດຍທະຫານເຮືອປະຊາຊົນຫວຽດນາມ ຈັດຕັ້ງໃນປີປະທານອາຊຽນ 2020.

ຕາມແຜນການ, ພິທີເດີນສວນສະໜາມຢ່າງເປັນທາງການຈະດຳເນີນໃນເວລາ 15 ໂມງ (ໂມງຮ່າໂນ້ຍ) ໃນວັນດຽວກັນທີ່ນະຄອນ Saint Peterburg ພ້ອມກັບພິທີເດີນສວນສະໜາມຢູ່ບັນດານະຄອນທ່າກໍາປັ່ນອື່ນໆຂອງສະຫະພັນລັດເຊຍ.

ໂດຍ: ເກື່ອງດັ້ງ