leftcenterrightdel
ທ່ານພົນຕີ ຟຸ່ງສີເຕິ໊ນ ຢ້ຽມຢາມ ແລະເຮັດວຽກຢູ່ຄ້າຍທະຫານຊາຍແດນດ່ານສາກົນເທື່ອງເຟືອກ, ເມືອງຮົ່ງງື້, ແຂວງດົ່ງທ໊າບ. ພາບ: ກວາງດຶ໊ກ.

ຜ່ານການກວດກາ, ທ່ານພົນຕີ ຟຸ່ງສີເຕິ໊ນ ຮັບຮູ້ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງກໍາລັງປະກອບອາວຸດທະຫານເຂດ 9 ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຕໍ່ໜ້າສະພາບພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນໃນບໍລິເວນ, ທ່ານພົນຕີ ຟຸ່ງສີເຕິ໊ນ ໃສ່ໃຈວ່າ ກໍາລັງປະກອບອາວຸດທະຫານເຂດ 9 ຄວນສືບຕໍ່ຜັນຂະຫຍາຍການປະຕິບັດເອກະສານຊີ້ນໍາຂອງຄະນະຊີ້ນໍາກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແຫ່ງຊາດ ແລະກະຊວງປ້ອງກັນປະເທດ ກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ; ບັນດາອົງການ, ກົມກອງຜັນຂະຫຍາຍການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ບໍ່ປະໃຫ້ພະຍາດໂຄວິດ-19 ແຜ່ລະບາດເຂົ້າກົມກອງ; ກຽມພ້ອມກໍາລັງ, ພາຫະນະເຂົ້າຮ່ວມຊ່ວຍທ້ອງຖິ່ນປ້ອງກັນ, ຕ້ານພະຍາດໂຄວິດ-19, ຄື: ເປີດກວ້າງເຂດຈໍາກັດບໍລິເວນ, ພົ່ນຢາຂ້າເຊື້ອ… ພ້ອມທັງ, ຮັກສາການປະຕິບັດໜ້າທີ່ກຽມພ້ອມສູ້ຮົບ, ຝຶກແອບ, ຝຶກຊ້ອມ ແລະວຽກງານທຸກດ້ານ; ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນໃນທຸກສະພາວະການ.

ໂດຍ: ເຈິ່ນຮວ່ຽນ