leftcenterrightdel
ທ່ານພົນຕີ ຈິ້ງວັນກວ໊ຽດ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຕີ ຈິ້ງວັນກວ໊ຽດ ໄດ້ຍ້ອງຍໍຊົມເຊີຍຈິດໃຈເປັນເຈົ້າການ, ຄວາມຕັດສິນໃຈ ແລະຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຂອງສະມາຊິກທີມວັດທະນະທຳສິລະປະແຕ່ລະຄົນ, ພ້ອມທັງເນັ້ນໜັກວ່າ, ໜ້າທີ່ເຂົ້າຮ່ວມ Army Games 2021 ແມ່ນມີຄວາມໝາຍສຳຄັນທີ່ສຸດ. ເພື່ອປະຕິບັດສຳເລັດໜ້າທີ່ຢ່າງຈົບງາມ, ທ່ານພົນຕີ ຈິ້ງວັນກວ໊ຽດ ຮຽກຮ້ອງໃຫ້ສະມາຊິກຂອງທີມວັດທະນະທຳສິລະປະແຕ່ລະຄົນຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບສູງສຸດ; ໝັ້ນໃຈ, ສາມັກຄີ; ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ໃນການແຂ່ງຂັນ ແລະພົບປະແລກປ່ຽນກັບກອງທັບປະເທດຕ່າງໆຂອງໂລກໃນຂອບເຂດ Army Games 2021. ພ້ອມກັນນັ້ນ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງຈັດຕັ້ງ, ກະກຽມທຸກດ້ານຢ່າງຄົບຖ້ວນກ່ອນທີ່ທີມວັດທະນະທໍາສິລະປະ ເດີນທາງໄປປະຕິບັດໜ້າທີ່...

leftcenterrightdel
ສະມາຊິກທີມວັດທະນະທຳສິລະປະ. ພາບ: qdnd.vn

ພາຍຫຼັງເກືອບ 6 ເດືອນນັບແຕ່ເມື່ອສ້າງແຜນການ, ເລືອກເຟັ້ນ, ກະກຽມເນື້ອໃນ ແລະຫັດແອບ, ມາຮອດປະຈຸບັນ, ສະມາຊິກຂອງທີມວັດທະນະທຳສິລະປະແຕ່ລະຄົນລ້ວນແຕ່ມີສະຕິຮັບຜິດຊອບສູງ, ມີຈິດໃຈຫັດແອບເປັນຢ່າງດີ, ພ້ອມແລ້ວທີ່ຈະເດີນທາງເຂົ້າຮ່ວມ Army Games 2021.

ໂດຍ: ທະນາພອນ