leftcenterrightdel
ຄະນະກໍາມະບານ ໃຫ້ຄະແນນເນື້ອໃນກໍ່ສ້າງຄ້າຍທະຫານແບບແຜນຂອງກອງພົນນ້ອຍຊ່າງແສງ  543. ພາບ: qdnd.vn

ການແຂ່ງຂັນດັ່ງກ່າວແນໃສ່ຍູ້ແຮງຂະບວນການແຂ່ງຂັນ "ສ້າງ ແລະຄຸ້ມຄອງຄ້າຍທະຫານແບບແຜນ, ຂຽວ, ສະອາດ, ງາມຕາ", ແຜ່ຂະຫຍາຍບັນດາຮູບແບບຈຸດສຸມ... ເຂົ້າຮ່ວມການແຂ່ງຂັນ, ກອງພົນນ້ອຍຊ່າງແສງ 543 ໄດ້ເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ລະດົມວັນອອກແຮງງານຂອງທະຫານໄດ້ນັບສິບພັນວັນ ແລະການໜູນຊ່ວຍຂອງບັນດາທ້ອງຖິ່ນ, ກົມກອງແຮກສ່ຽວ ເພື່ອປະຕິບັດສຳເລັດ 6 ເນື້ອໃນ, 24 ມາດຖານຂອງການແຂ່ງຂັນ. ກົມກອງໄດ້ກໍ່ສ້າງໃໝ່, ສ້ອມແປງເຮືອນໄດ້ກວ່າ 20.000m2; ກໍ່ສ້າງເດີ່ນສະໜາມ, ຖະໜົນພາຍໃນໄດ້ເກືອບ 65.000m2; ປູກຕົ້ນໄມ້ໃຫ້ຮົ່ມ, ຕົ້ນໄມ້ກິນໝາກທຸກຊະນິດ..., ຍົກສູງຊີວິດການເປັນຢູ່ ແລະການເຄື່ອນໄຫວຂອງທະຫານ.

ໂດຍ: ທະນາພອນ