ກອງປະຊຸມຕີລາຄາວ່າ ໃນຊຸມປີຜ່ານມາ, ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າພາບສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ ແລະອົງການຈັດຕັ້ງທີ່ກ່ຽວຂ້ອງເພື່ອເປັນເສນາທິການໃຫ້ລັດຖະບານ, ນາຍົກລັດຖະມົນຕີ ປະກາດໃຊ້ບັນດາເອກະສານນິຕິກຳ ແລະເອກະສານຫຼາຍສະບັບເພື່ອແນະນຳການຈັດຕັ້ງຜັນຂະຫຍາຍການປະຕິບັດລັດຖະບັນຍັດວ່າດ້ວຍອຸດສາຫະກຳປ້ອງກັນຊາດ ເປັນຢ່າງດີ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັນ, ສ້າງເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍເພື່ອກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດ. ບັນດາໂຄງການອຸດສາຫະກຳປ້ອງກັນຊາດທີ່ສຳເລັດ, ນຳເຂົ້າໃຊ້ການໄດ້ເສີມຂະຫຍາຍປະສິດທິຜົນ, ປະກອບສ່ວນຍົກສູງຄວາມສາມາດຜະລິດໃຫ້ຂະແໜງປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນຊີ້ນຳກອງປະຊຸມ. ພາບ: ຮວ່າງຮ່າ.

ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງລັດຖະບັນຍັດວ່າດ້ວຍອຸດສາຫະກຳປ້ອງກັນຊາດຕໍ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ເຮັດແຈ້ງຜົນງານສຳຄັນຜ່ານ 12 ປີແຫ່ງການປະຕິບັດລັດຖະບັນຍັດ; ພ້ອມທັງຢັ້ງຢືນຄວາມສຳຄັນໃນວຽກງານສົມທົບກັນ, ສ້າງເງື່ອນໄຂກ່ຽວກັບກົນໄກ, ນະໂຍບາຍຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະບັນດາທ້ອງຖິ່ນໃນການກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດ.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຮ່າ.

ຕາມທ່ານພົນເອກ ຟານວັນຢາງ ແລ້ວ, ໃນໄລຍະຈະມາເຖິງ, ອຸດສາຫະກຳປ້ອງກັນຊາດຫວຽດນາມ ຕ້ອງໄດ້ຮັບການກໍ່ສ້າງ ແລະພັດທະນາຕາມທິດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ທັນສະໄໝ, ມີສອງຄຸນປະໂຫຍດ ແລະກາຍເປັນປາຍແຫຼມຂອງອຸດສາຫະກຳແຫ່ງຊາດ. ສຸມໃສ່ປັບປຸງການຈັດຕັ້ງກຳລັງຕາມທິດກະທັດຮັດ, ເຂັ້ມແຂງ, ມີປະສິດທິຜົນ, ຈັດແບ່ງຢ່າງເໝາະສົມຢູ່ບັນດາເຂດ, ພາກ. ລົງທຶນຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນບາງປະເພດທີ່ທັນສະໄໝ. ຍູ້ແຮງການພັດທະນາເສດຖະກິດ, ເອົາໃຈໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ດຳເນີນການຄົ້ນຄວ້າຮູບແບບອຸດສາຫະກຳປ້ອງກັນຊາດຂອງບາງປະເທດເພື່ອໝູນໃຊ້ຢ່າງເໝາະສົມໃນເງື່ອນໄຂຕົວຈິງຂອງຫວຽດນາມ.

ໂດຍ: ແສງເດືອນ