ຕາມແຜນການ, ພິທີເປີດ, ປິດ ແລະການແຂ່ງຂັນຈະດໍາເນີນຢູ່ສູນຝຶກແອບການທະຫານແຫ່ງຊາດ 4. ໃນເວລາຈັດການແຂ່ງຂັນຈະໄດ້ຈັດການເຄື່ອນໄຫວວັດທະນະທໍາສິລະປະ, ແຂ່ງຂັນກິລາມິດຕະພາບ, ແນະນໍາອາຫານການກິນ, ຢ້ຽມຊົມສະຖານທີ່ທ່ອງທ່ຽວບາງແຫ່ງ.

leftcenterrightdel
ທີມພູມີປະເທດການທະຫານ ກໍາລັງຝຶກແອບເພື່ອກະກຽມເຂົ້າຮ່ວມແຂ່ງຂັນຢູ່ Army Games ປີ 2021. ພາບ: ຈູຮວ່ຽນ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງໄດ້ເປັນເສນາທິການ, ປະກອບຫຼາຍຄໍາເຫັນ, ຍົກໃຫ້ເຫັນບັນດາຄວາມສະດວກ ແລະຄວາມຫຍຸ້ງຍາກເມື່ອປະຕິບັດໜ້າທີ່. ກ່າວຄໍາເຫັນສະຫຼຸບ, ທ່ານພົນຈັດຕະວາ ເລຊວນຊາງ ຮອງຫົວໜ້າກົມໂຄສະນາອົບຮົມ, ຫົວໜ້າອະນຸກຳມະການວັດທະນະທໍາ-ຂໍ້ມູນໂຄສະນາການແຂ່ງຂັນ ຢັ້ງຢືນວ່າ: ການແຂ່ງຂັນ “ນັກຍິງບັ່ນທອນ” ແລະ“ເຂດເກີດອຸບັດເຫດ” ໃນຂອບເຂດ Army Games ປີ 2021 ຈະໄດ້ຈັດຕັ້ງຢູ່ຫວຽດນາມ ຕ້ອງຮັບປະກັນການໂຄສະນາທີ່ເປັນເອກະລັກສະເພາະດ້ານວັດທະນະທໍາ, ຄວາມສວຍງາມຂອງປະເທດ, ຊາວຫວຽດນາມ ໃຫ້ເພື່ອນມິດສາກົນ; ເພີ່ມທະວີການພົບປະແລກປ່ຽນລະຫວ່າງກອງທັບ, ປະເທດຫວຽດນາມ ກັບສາກົນ ເພື່ອຜ່ານນັ້ນປຸກລະດົມທີມທີ່ເຂົ້າຮ່ວມການແຂ່ງຂັນຢູ່ Army Games ປີ 2021 ໃຫ້ບັນລຸໄດ້ຜົນງານສູງ.

ໂດຍ: ໄຊນີດາ