leftcenterrightdel
ທ່ານພົນໂທ ເລຮຸຍວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມ ແລະເຮັດວຽກກັບເຫຼົ່າທັບເຮືອ. ພາບ: ຢຸຍແຄ໊ງ.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ຂະແໜງເຕັກນິກທະຫານເຮືອ ໄດ້ຊີ້ນໍາບັນດາກົມກອງໃກ້ຊິດຕິດແທດກັບໜ້າທີ່ຂອງເຫຼົ່າທັບ, ປະຕິບັດສຳເລັດໜ້າທີ່ຮັບປະກັນດ້ານເຕັກນິກຮອບດ້ານໃຫ້ວຽກງານທຸກດ້ານ; ຮັບປະກັນດ້ານເຕັກນິກໃຫ້ພາຫະນະ, ອາວຸດ, ຍຸດທະພັນເຕັກນິກຮັບໃຊ້ການຝຶກແອບກຽມພ້ອມສູ້ຮົບຕາມແຜນງານສູ້ຮົບປົກປັກຮັກສາທະເລ, ໝູ່ເກາະ. ເຫຼົ່າທັບ ກໍ່ຜັນຂະຫຍາຍໂຄງການລົງທຶນທີ່ມີຈຸດສຸມຢ່າງຄົບຊຸດ, ຍົກສູງຄວາມສາມາດສ້ອມແປງໃຫ້ບັນດາຮາກຖານຮັບປະກັນດ້ານເຕັກນິກ; ຕົວເລກຄາດໝາຍ, ແຜນການຮັບປະກັນດ້ານເຕັກນິກລ້ວນແຕ່ໄດ້ຮັບຜົນສໍາເລັດເປັນຢ່າງດີ.

leftcenterrightdel
ພະນັກງານວິທະຍາຄານເຕັກນິກທະຫານເຮືອ ຕ້ອນຮັບທ່ານພົນໂທ ເລຮຸຍວີ້ງ. ພາບ: ຢຸຍແຄ໊ງ.

ສິ້ນສຸດການເຮັດວຽກ, ທ່ານພົນໂທ ເລຮຸຍວີ້ງ ຮັບຮູ້ ແລະຍ້ອງຍໍເຫຼົ່າທັບເຮືອ ໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຜັນຂະຫຍາຍບັນດາມາດຕະການທີ່ແທດຈິງໃນວຽກງານຮັບປະກັນດ້ານເຕັກນິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດໄວ້ຢ່າງໝັ້ນຄົງ. ທ່ານພົນໂທ ເລຮຸຍວີ້ງ ກໍ່ໄຈ້ແຍກຄວາມສະດວກ, ຫຍຸ້ງຍາກທີ່ກະທົບໂດຍກົງເຖິງໜ້າທີ່ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະວຽກງານຮັບປະກັນດ້ານເຕັກນິກຂອງເຫຼົ່າທັບເຮືອ ດ້ວຍຄວາມຮຽກຮ້ອງນັບມື້ກັບສູງ. ບົນພື້ນຖານຕີລາຄາສະພາບອາວຸດ, ຍຸດທະພັນເຕັກນິກ ແລະວຽກງານຮັບປະກັນດ້ານເຕັກນິກໃຫ້ໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ທ່ານພົນໂທ ເລຮຸຍວີ້ງ ຮຽກຮ້ອງເຫຼົ່າທັບ ແລະຂະແໜງເຕັກນິກທະຫານເຮືອ ຄົ້ນຄວ້າ, ຍົກອອກມາດຕະການທີ່ແທດຈິງເພື່ອຜັນຂະຫຍາຍ, ປະຕິບັດວຽກງານຮັບປະກັນດ້ານເຕັກນິກໃຫ້ບັນລຸປະສິດທິຜົນສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໄດ້ຮັບມອບໝາຍ.

ໂດຍ: ເຈິ່ນຮວ່ຽນ