leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານເຂດ 5 ມອບວັດຖຸອຸປະກອນການແພດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ບັນດາກົມກອງຂອງກອງທັບປະຊາຊົນລາວ. ພາບ: ຫວຽດຮຸ່ງ.

ຕາມນັ້ນແລ້ວ, ທະຫານເຂດ 5 ໄດ້ມອບຜ້າອັດປາກ-ອັດດັງ, ຖົງມືນັບຫຼາຍໝື່ນອັນ, Cloramin B ຈຳນວນ 400 ກິໂລກຣາມ, ເຈວລ້າງມື 2.000 ຂວດ, ຊຸດປ້ອງກັນໂຄວິດ-19 ຈຳນວນ 800 ຊຸດ ແລະຈັກພົ່ນຢາຂ້າເຊື້ອຫຼາຍສິບໜ່ວຍ.

ໂອກາດນີ້, ໂຮງຮຽນການທະຫານເຂດ 5 ແລະກອງບັນຊາການທະຫານນະຄອນດ່ານັ້ງ ກໍໄດ້ມອບວັດຖຸອຸປະກອນການແພດ, ສະບຽງອາຫານທີ່ຈໍາເປັນ, ລວມມູນຄ່າທັງໝົດເກືອບ 600 ລ້ານດົ່ງ ໃຫ້ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ, ກອງບັນຊາການທະຫານແຂວງສາລາວັນ.

ນີ້ແມ່ນກິດຈະກໍາທີ່ແທດຈິງ, ປະກອບສ່ວນກໍ່ສ້າງ, ປັບປຸງການພົວພັນສາມັກຄີ, ສະໜິດຕິດແໜ້ນ ແລະດີງາມຂອງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ, ຜ່ານນັ້ນຊ່ວຍໃຫ້ປະເທດເພື່ອນລາວ ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານ ແລະຍູ້ຖອຍພະຍາດໂຄວິດ-19 ເທື່ອລະກ້າວ.

ໂດຍ: ໄຊຊະນະ