ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບໝາກຜົນແຫ່ງການຜັນຂະຫຍາຍບັນດາກິດຈະກໍາພົບປະແລກປ່ຽນ, ຮ່ວມມືຊາຍແດນ; ວຽກງານຕໍ່ສູ້ສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ; ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນລະຫວ່າງຫວຽດນາມ ແລະບັນດາປະເທດບ້ານໃກ້ເຮືອນຄຽງໃນໄລຍະມໍ່ໆມານີ້.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: plo.vn. 

ກ່າວຄໍາເຫັນສະຫຼຸບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີບັນດາອົງການ, ກົມກອງທີ່ກ່ຽວຂ້ອງໃນໄລຍະຈະມາເຖິງຕ້ອງສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນຂອງຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອນຄຽງຜ່ານຮູບການ, ວິທີການຕ່າງໆເຊິ່ງສອດຄ່ອງກັບສະພາບການ, ຄື: ພົບປະແລກປ່ຽນ, ແລກປ່ຽນ, ການເຈລະຈາຜ່ານລະບົບທາງໄກ, ຈົດໝາຍປະຕິບັດງານເພື່ອສ່ອງແສງສະພາບການ, ແລກປ່ຽນຂໍ້ມູນ, ຜ່ານນັ້ນປະກອບສ່ວນຢ່າງມີປະສິດຜົນໃຫ້ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ຮຽກຮ້ອງກອງບັນຊາການທະຫານຊາຍແດນ ເປັນເຈົ້າການໃນການແລກປ່ຽນ, ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ກໍ່ຄືບັນດາກໍາລັງພາຍໃນ ແລະນອກກອງທັບປະຕິບັດວຽກງານສະກັດກັ້ນຄົນຕ່າງປະເທດຂ້າມຊາຍແດນເຂົ້າຫວຽດນາມ ຢ່າງຜິດກົດໝາຍ; ຕັ້ງໜ້າໂຄສະນາ, ຂົນຂວາຍ, ແນະນໍາປະຊາຊົນພົບເຫັນ, ກ່າວໂທດ, ບໍ່ປົກປິດ, ຕໍ່ມືໃຫ້ບັນດາກໍລະນີລະເມີດ; ພ້ອມທັງສືບຕໍ່ຍົກສູງຄວາມສາມາດ, ເພີ່ມເຕີມອຸປະກອນໃຫ້ແກ່ບັນດາກໍາລັງຢູ່ດ່ານໜ້າໃນວຽກງານຕໍ່ສູ້ສະກັດກັ້ນບັນດາການເຄື່ອນໄຫວເຂົ້າ-ອອກເມືອງຢ່າງຜິດກົດໝາຍ.

ໂດຍ: ເກື່ອງດັ້ງ