ທີ່ການເຮັດວຽກ, ສອງຝ່າຍໄດ້ຫວນຄືນບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ຫຼາຍຂົງເຂດຮ່ວມມືລະຫວ່າງສອງປະເທດສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍລະດັບ, ເນື້ອໃນ, ຮູບການທີ່ເໝາະສົມ. ເຖິງວ່າພະຍາດໂຄວິດ-19 ຜັນແປຢ່າງສັບສົນກໍ່ຕາມແຕ່ສອງຝ່າຍຍັງຮັກສາການແລກປ່ຽນທາງໄກໃນລະດັບສູງ. ຄຽງຂ້າງນັ້ນ, ສອງຝ່າຍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນພໍສົມຄວນໃນຫຼາຍຂົງເຂດເປັນຕົ້ນແມ່ນ: ການບໍາລຸງສ້າງ, ການຮັກສາສັນຕິພາບ ສປຊ, ເສນາຮັກ...

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເປັນປະທານກອງປະຊຸມທາງໄກຢູ່ຮ່າໂນ້ຍ. ພາບ: ເຟືອງລິງ.

ທ່ານພົນຕີ ຫວູຈ໊ຽນຖັ໊ງ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງກະຊວງກອງທັບຝຣັ່ງ ທີ່ສະຫງວນໃຫ້ແກ່ຫວຽດນາມ ກ່ຽວກັບການບໍາລຸງສ້າງ, ແລກປ່ຽນວິຊາສະເພາະ, ແບ່ງປັນບົດຮຽນ. ພິເສດ, ຝຣັ່ງ ໄດ້ສົ່ງຄະນະຊ່ຽວຊານທີ່ມີປະສົບການມາໃຫ້ຄໍາປຶກສາດ້ານວິຊາສະເພາະໃຫ້ແກ່ກົມຮັກສາສັນຕິພາບຫວຽດນາມ ໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EU).

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຟືອງລິງ.
leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກຢູ່ຮ່າໂນ້ຍ. ພາບ: ເຟືອງລິງ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນໃນລະດັບສູງດ້ວຍຮູບການທີ່ເໝາະສົມ (ໂດຍກົງ ຫຼື ທາງອອນລາຍຂຶ້ນກັບການຜັນແປຂອງພະຍາດໂຄວິດ-19); ຈັດກິດຈະກໍາສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນດ້ານປ້ອງກັນຊາດຫວຽດນາມ-ຝຣັ່ງ (1991-2021); ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຮັກສາສັນຕິພາບ, ເສນາຮັກ, ບໍາລຸງສ້າງ...  ສອງຝ່າຍໄດ້ກໍານົດໄລຍະເວລາດໍາເນີນການເຈລະຈາຍຸດທະສາດ ແລະຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝຣັ່ງ ໃນປີ 2021 ກໍຄືເຫັນດີເປັນເອກະພາບຕໍ່ແຜນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝຣັ່ງ ໃນໄລຍະ 2021-2022.

ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກກອງປະຊຸມກຸ່ມເຮັດວຽກກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ຝຣັ່ງ.

ໂດຍ: ກວຽດເຕິມ