leftcenterrightdel
ບັນຍາກາດທີ່ການເຂົ້າຢ້ຽມຂໍ່ານັບ. ພາບ: ຮຸ່ງຄວາ.

ທ່ານພົນໂທ ຫງວຽນເຕິນເກືອງ ສະແດງຄວາມພາກພູມໃຈ, ມີຄວາມເອກອ້າງທະນົງໃຈເມື່ອຖືກສະເໜີໃຫ້ມາແຂວງບິ່ງເຢືອງ ເພື່ອຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV; ທ່ານ ເນັ້ນໜັກວ່າ ບິ່ງເຢືອງແມ່ນແຂວງທີ່ເຕັມໄປດ້ວຍມູນເຊື້ອປະຕິວັດ, ບືນຕົວພັດທະນາເສດຖະກິດ-ສັງຄົມຢ່າງບໍ່ຢຸດຢັ້ງ, ເປັນແບບຢ່າງໃນການດຶງດູດການລົງທຶນ, ກໍ່ສ້າງຕົວເມືອງອັດສະລິຍະ, ເອົາໃຈໃສ່ໃນການຮັບປະກັນຊີວິດສັງຄົມ... ພິເສດ, ແຂວງບິ່ງເຢືອງ ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ກໍາລັງປະກອບອາວຸດ, ກົມກອງຂອງກອງທັບທີ່ຕັ້ງທັບໃນບໍລິເວນຢ່າງເປັນປົກກະຕິເພື່ອປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃຫ້ເປັນຢ່າງດີ. ທ່ານພົນໂທ ຫງວຽນເຕິນເກືອງ ສະແດງຄວາມຂອບໃຈຕໍ່ຄະນະພັກແຂວງ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການເລືອກຕັ້ງແຂວງບິ່ງເຢືອງ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ໃນບໍລິເວນ, ພ້ອມທັງຫວັງວ່າ ແຂວງບິ່ງເຢືອງ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອເພື່ອໃຫ້ຜູ້ອອກສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຕິບັດສໍາເລັດໜ້າທີ່.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ພ້ອມດ້ວຍຄະນະປະຕິບັດງານຢ້ຽມຢາມ, ມອບຂອງຂວັນໃຫ້ອະດີດປະທານປະເທດ ທ່ານ ຫງວຽນມິງຈ໊ຽດ. ພາບ: ຮຸ່ງຄວາ.

ໃນວັນດຽວກັນ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ໄປຢ້ຽມຢາມອະດີດປະທານປະເທດ ຫງວຽນມິງຈ໊ຽດ; ຢ້ຽມຢາມອົງການ: ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ, ສະຫະພັນນັກຮົບເກົ່າແຂວງບິ່ງເຢືອງ ແລະຢ້ຽມຢາມບາງຮາກຖານສາສະໜາ.

ຕາມລາຍການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານພົນໂທ ຫງວຽນເຕິນເກືອງ ສັງກັດເຂດເລືອກຕັ້ງທີ 4 ຂອງແຂວງບິ່ງເຢືອງ (ລວມມີ: ເທດສະບານເບ໊ນກາດ ແລະເມືອງ: ເຢົາຕ໊ຽງ, ຝູ໊ຢ໊າວ, ເບົ່າບ່າງ, ບັກເຕິນອວຽນ). ລາຍການພົບປະກັບຜູ້ມີສິດເລືອກຕັ້ງໄດ້ເລີ່ມຕົ້ນແຕ່ວັນທີ 6 ພຶດສະພາ.

ໂດຍ: ໄຊຊະນະ