leftcenterrightdel
ບັນຍາກາດທີ່ກອງປະຊຸມສະຫຼຸບວຽກງານສູ້ຮົບເອເລັກໂຕນິກທົ່ວກອງທັບ ປີ 2020, ຜັນຂະຫຍາຍໜ້າທີ່ປີ 2021. ພາບ: ຮວ່າງຮ່າ.

ຄຽງຂ້າງນັ້ນ, ວຽກງານຝຶກແອບການນໍາໃຊ້ຍຸດທະພັນໃໝ່ຮັບປະກັນຄຸນນະພາບ, ຄວາມຄືບໜ້າ; ຜົນການຝຶກແອບປະກົດວ່າ 100% ເປົ້າໝາຍບັນລຸຄາດໝາຍທີ່ວາງອອກ, ໃນນັ້ນດີສົມຄວນ, ດີເດັ່ນກວ່າ 75%. ເວລາທີ່ຍັງເຫຼືອຂອງປີ 2021, ກໍາລັງສູ້ຮົບເອເລັກໂຕນິກທົ່ວກອງທັບ ກໍານົດສືບຕໍ່ໃຫ້ຂໍ້ສັງເກດ, ຕີລາຄາຖືກຕ້ອງສະພາບການ, ເປັນເຈົ້າການຄາດຄະເນທຸກກໍລະນີທີ່ຈະເກີດຂຶ້ນເພື່ອລາຍງານ, ເປັນເສນາທິການ, ສະເໜີວິທີການແກ້ໄຂຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ຍູ້ແຮງການຈັດຕັ້ງ, ປັບປຸງກໍາລັງສູ້ຮົບເອເລັກໂຕນິກຕາມຂໍ້ກໍານົດ; ຮັບປະກັນວຽກງານເຕັກນິກໃຫ້ແກ່ໜ້າທີ່ປົກກະຕິ, ປະຈໍາການກຽມພ້ອມສູ້ຮົບ ແລະບັນດາໜ້າທີ່ອື່ນໃຫ້ເປັນຢ່າງດີ...

ໂດຍ: ໄຊຊະນະ