ກອງຂົນສົ່ງພະຍາບານສຸກເສີນທາງອາກາດ (AMET) ຂອງໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ໄດ້ຂົນສົ່ງຄົນເຈັບຜູ້ໜຶ່ງທີ່ໄດ້ຕິດຕາມອາການໄຫຼວຽນຂອງເລືອດໃນສະໝອງ. ນັ້ນແມ່ນເພດຊາຍ, ອາຍຸ 39 ປີຂອງຫົວໜ່ວຍ Ghana. ນີ້ແມ່ນກໍລະນີຍາກທີ່ຈະບົ່ງມະຕິພະຍາດໄດ້ດ້ວຍອາການເຈັບຫົວພ້ອມກັບຮາກ, ວິນວຽນ, ໄປມາຍາກ.

ຄົນເຈັບໄດ້ຮັບການປິ່ນປົວດ້ວຍການຫຼຸດຜ່ອນຄວາມດັນເລືອດລົງຢູ່ໂຮງໝໍຂັ້ນ 1 Ghana ແຕ່ວ່າພາຍຫຼັງ 24 ຊົ່ວໂມງກໍ່ມີອາການຮ້າຍແຮງກວ່າເກົ່າ ສະນັ້ນຈຶ່ງໄດ້ສົ່ງໄປໂຮງໝໍກາງສະໜາມ ຂັ້ນ 2 ຂອງຫວຽດນາມ.

leftcenterrightdel
ພາຍຫຼັງທີ່ໄດ້ຮັບຄົນເຈັບກໍ່ກວດພະຍາດໃຫ້ທັນທີ. ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ພາຍຫຼັງຮັບຄົນເຈັບ, ທີມງານແພດໄດ້ທຳການພະຍາບານສຸກເສີນໃຫ້ຄົນເຈັບຢ່າງຮີບດ່ວນໄດ້ກວດເລືອດ, ກວດຍ່ຽວ, ກວດ-ວັກແທກຫົວໃຈ, ເອໂກພົ້ງທ້ອງ, ປອດ... ຕາມຄໍາສັ່ງຂອງທ່ານໝໍໃນທັນທີ.

leftcenterrightdel
ເອົາຄົນເຈັບຂຶ້ນເຮືອບິນ ເພື່ອນຳສົ່ງໄປໂຮງໝໍຢູ່ນະຄອນຫຼວງ Juba. ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ຕໍ່ກໍລະນີທີ່ມີອາການທີ່ສັບສົນນັ້ນ, ໂຮງໝໍກາງສະໜາມ ຂັ້ນ 2 ເລກ 3 ໄດ້ປຶກສາກັບຜູ້ອຳນວຍການທາງການແພດຂອງເຂດ ເພື່ອຂໍອະນຸຍາດນຳສົ່ງຄົນເຈັບໄປໂຮງໝໍຂັ້ນເທິງ (ລະດັບ 2 ບວກ) ຂອງອິນເດຍ ຢູ່ນະຄອນຫຼວງ Juba ໂດຍເຮືອບິນເຮລິກອບເຕີ Mi-8 ຖ້ຽວພິເສດ. ພາຍຫຼັງບິນໄດ້ 2 ຊົ່ວໂມງກວ່າ, ຄົນເຈັບໄດ້ສົ່ງໄປຮອດໂຮງໝໍອິນເດຍ ຢູ່ນະຄອນຫຼວງ Juba ຢ່າງປອດໄພ.

leftcenterrightdel
ໃນເວລານຳສົ່ງ, ຄົນເຈັບໄດ້ຮັບການຕິດຕາມອາການຢູ່ຕະຫຼອດເວລາ. ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 3.

ໂຮງໝໍຂັ້ນ 2 ບວກຂອງອິນເດຍ ໃຫ້ຮູ້ວ່າ ຫລັງຈາກທຳການກວດຖ່າຍ CT scan ແລ້ວ ຈຶ່ງເຫັນໄດ້ວ່າ ຄົນເຈັບຜູ້ນີ້ເປັນໂລກເລືອດໃນສະໝອງ ແລະຈະໄດ້ສົ່ງໄປປິ່ນປົວຢູ່ຕ່າງປະເທດ. ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ບົ່ງມະຕິພະຍາດ, ທຳການສຸກເສີນ, ນຳສົ່ງຄົນເຈັບຢ່າງຖືກຕ້ອງ ແລະວ່ອງໄວ.

leftcenterrightdel
ສະມາຊິກກອງ AMET ສົມທົບກັນຢ່າງແໜ້ນແຟ້ນໃນເວລານຳສົ່ງຄົນເຈັບ. ພາບ: ໂຮງໝໍກາງສະໜາມຂັ້ນ 2 ເລກ 3

ຫົວໜ້າກອງ AMET ດິງວັນຮົ່ງ ແບ່ງປັນວ່າ: “ພວກຂ້າພະເຈົ້າດີໃຈທີ່ສຸດທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດເບື້ອງຕົ້ນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໃນການມາປ່ຽນແທນໂຮງໝໍກາງສະໜາມຂັ້ນ 2 ເລກ 2.  ນີ້ແມ່ນການເລີ່ມຕົ້ນທີ່ດີສຳລັບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກໍ່ຄືກອງ AMET ສືບຕໍ່ປະຕິບັດສຳເລັດໜ້າທີ່ຕໍ່ໄປໃນໄລຍະຈະມາເຖິງ”.

ຕາມທ່ານພັນໂທ ຈິ້ງມີຮວ່າ, ຫົວໜ້າໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແລ້ວ, ຜົນສຳເລັດຂອງກໍລະນີສຸກເສີນ ແລະຂົນສົ່ງທາງອາກາດດ້ວຍຖ້ຽວບິນພິເສດ, ແມ່ນຍ້ອນມີການສົມທົບດ້ານວິຊາສະເພາະເປັນຢ່າງດີ, ພະນັກງານການແພດໄດ້ສະໜັບສະໜູນເຊິ່ງກັນ ແລະກັນ, ກອງ AMET ໄດ້ຮັບການຝຶກອົບຮົມມາຢ່າງມີແບບມີແຜນ ແລະວຽກງານກະກຽມໃຫ້ທຸກໆກໍລະນີນັ້ນແມ່ນໄດ້ປະຕິບັດເປັນຢ່າງດີ... ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນລະດັບຄວາມຮູ້ ແລະກໍາລັງຄວາມສາມາດດ້ານວິຊາສະເພາະຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເມື່ອເຂົ້າຮ່ວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ.

ໂດຍ: ທະນາພອນ