ນັ້ນແມ່ນການແບ່ງປັນຂອງສະຫາຍຮ້ອຍເອກພິເສດນາງ ກາວທຸ່ຍຢຸງ ຫົວໜ້າພະຍາບານໂຮງໝໍກາງສະໜາມຂັ້ນ 2 ເລກ 2, ພາຍຫຼັງພ້ອມກັບພະນັກງານ, ພາລະກອນຂອງໂຮງໝໍບິນມາຈາກ Juba, ຊູດັງໃຕ້, ກັບມາປະເທດໃນວັນທີ 24 ເມສາ ຜ່ານມາ.

leftcenterrightdel
ຮ້ອຍເອກພິເສດ ກາວທຸ່ຍຢຸງ ກ່ອນເວລາໄປປະຕິບັດງານຢູ່ຄະນະປະຕິບັດງານ ສປຊ ຢູ່ຊູດັງໃຕ້, ວັນທີ 19 ພະຈິກ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ອອກເດີນທາງໄປປະຕິບັດພາລະກໍາຮັກສາສັນຕິພາບ ສປຊ ຢູ່ ສາທາລະນະລັດ ຊູດັງໃຕ້ ແຕ່ເດືອນພະຈິກ 2019 ໃນເວລາ 1 ປີຕາມແຜນການແຕ່ຍ້ອນພະຍາດໂຄວິດ-19, ທາງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຈຶ່ງຕ້ອງໄດ້ແກ່ຍາວເວລາປະຕິບັດໜ້າທີ່ຕື່ມອີກ 6 ເດືອນ ເມື່ອທຽບໃສ່ກັບແຜນການດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງທີ່ເກີດຂຶ້ນໂດຍບັງເອີນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການຮ່ວມແຮງຮ່ວມໃຈ, ເຈດຈໍານົງ ແລະຄວາມຕັດສິນໃຈ, ບັນດານາຍທະຫານເສນາຮັກ “ໝວກເບເລສີຟ້າ” ຂອງຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດພາລະກໍາທີ່ໄດ້ຮັບມອບໝາຍຢ່າງດີເລີດ.

ທ່ານໝໍ ຫງວຽນຫວຽດເຝືອງ ຫົວໜ້າພະແນກພາຍໃນ-ຕິດແປດ, ຫົວໜ້າໜ່ວຍສຸກເສີນພະຍາດໂຄວິດ-19 ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ແບ່ງປັນວ່າ: “ເມື່ອໄດ້ຮັບຂ່າວວ່າໂຮງໝໍຕ້ອງແກ່ຍາວເວລາປະຕິບັດງານຢູ່ບໍລິເວນ, ຂ້າພະເຈົ້າ ແລະສະຫາຍຫຼາຍຄົນຮູ້ສຶກຜິດຫວັງ, ບໍ່ຮູ້ວ່າຍາມໃດຕົນເອງຈຶ່ງສາມາດກັບບ້ານໄດ້. ເຖິງຢ່າງໃດກໍ່ຕາມໂດຍແມ່ນນາຍທະຫານຜູ້ໜຶ່ງ, ພາຍຫຼັງທີ່ຄິດຄືແນວນັ້ນ ແຕ່ດ້ວຍການປຸກລະດົມກຳລັງໃຈ, ຄວາມເອົາໃຈໃສ່ຂອງຜູ້ບັນຊາຂັ້ນຕ່າງໆ, ຈິດໃຈພວກຂ້າພະເຈົ້າຈຶ່ງດີຂຶ້ນ ແລະໄດ້ກໍານົດໜ້າທີ່ຢ່າງຈະແຈ້ງ. ພວກຂ້າພະເຈົ້າເຂົ້າໃຈວ່າ ໃນເງື່ອນໄຂປົກກະຕິ, ເລື່ອງແກ່ຍາວເວລາປະຕິບັດງານຢູ່ຄະນະປະຕິບັດງານແມ່ນສາມາດເກີດຂຶ້ນໄດ້ບໍ່ວ່າແຕ່ຕອນເກີດພະຍາດໂຄວິດ-19 ”.

ແກ້ໄຂຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19

ເດືອມເມສາ 2020 ແມ່ນຈຸດເວລາທີ່ພະຍາດໂຄວິດ-19 ໄດ້ພົບເຫັນຢູ່ຊູດັງໃຕ້ ກໍ່ແມ່ນຕອນທີ່ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຕ້ອງປະເຊີນໜ້າກັບການຂາດວັດຖຸອຸປະກອນການແພດ. ສິນຄ້າທີ່ເອົາມາຈາກຫວຽດນາມ ນັບມື້ນັບຫຼຸດໜ້ອຍຖອຍລົງໃນຂະນະທີ່ບໍ່ສາມາດສົ່ງເຄື່ອງມາໃຫ້ໄດ້ເທື່ອ ຍ້ອນວ່າຢູ່ຊູດັງໃຕ້ ໄດ້ປິດດ່ານຊາຍແດນ, ບັນດາຖ້ຽວບິນສາກົນ ແລະຢູ່ພາຍໃນປະເທດຕ້ອງຢຸດສະຫງັກ.

ສະຫາຍພັນໂທ, ທ່ານໝໍ ຫວູວັນຫ໋ຽນ ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 2 ແບ່ງປັນວ່າ “ພວກຂ້າພະເຈົ້າຕ້ອງໃຊ້ຜ້າອັດປາກ-ອັດດັງ, ໃຊ້ຢາຢ່າງປະຢັດທີ່ສຸດເພື່ອຮັບປະກັນການປະຕິບັດທັງໜ້າທີ່, ທັງຮັບປະກັນການປ້ອງກັນ, ຕ້ານພະຍາດ ແລະເກັບໄວ້ສ່ວນໜຶ່ງເພື່ອປ້ອງກັນເມື່ອພະຍາດແຜ່ລະບາດຢ່າງແຮງ”.

ໃນສະພາບການນັ້ນ, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໄດ້ເປັນເຈົ້າການຜັນຂະຫຍາຍສູນຈໍາກັດບໍລິເວນດ້ວຍພາຫະນະອຸປະກອນທີ່ຈໍາເປັນ, ກຽມພ້ອມສຸກເສີນ, ຮັບເອົາຄົນເຈັບ ແລະປິນປົ່ວໃຫ້ຜູ້ຕິດພະຍາດໂຄວິດ-19.

ສະຫາຍພັນໂທ, ທ່ານໝໍ ຫວູວັນຫ໋ຽນ ໃຫ້ຮູ້ວ່າ “ຄວາມຫຍຸ້ງຍາກ, ຂາດເຂີນແມ່ນເປັນຄືແນວນັ້ນ, ແຕ່ໂທລະສັບສາຍດ່ວນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຫວຽດນາມ ໄດ້ເປີດຕະຫຼອດ 24 ຊົ່ວໂມງ, ບໍ່ປະໃຫ້ຜູ້ໃດຜູ້ໜຶ່ງມີອາການສຸຂະພາບຜິດປົກກະຕິ”. ນອກຈາກນັ້ນ, ໂຮງໝໍໄດ້ຈັດຕັ້ງການຝຶກແອບ, ຝຶກຊ້ອມກ່ຽວກັບກໍລະນີທີ່ອາດຈະເກີດຂຶ້ນ, ສ້າງຂັ້ນຕອນການຮັບປະກັນຄວາມປອດ ໄພຢ່າງເປັນປະຈໍາໃຫ້ແກ່ພະນັກງານ, ພາລະກອນໂຮງໝໍ, ສ້າງແຜນການກຽມພ້ອມສູ້ຮົບ, ປົກປັກຮັກສາກົມກອງ ແລະຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ, ພາລະກອນໃນກໍລະນີອັນຕະລາຍ.

ທ່ານໝໍ ຫງວຽນຫວຽດເຝືອງ ໄດ້ເລົ່າອານຸສອນທີ່ເປັນໜ້າຈົດຈໍາໃນອາຍຸການ 18 ເດືອນທີ່ປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຢູ່ Bentiu (ຊູດັງໃຕ້)ເມື່ອມີທະຫານຄົນມົງໂກນ ໄດ້ບົ່ງມະຕິພະຍາດວ່າເປັນວັນນະໂລກປອດ.

ທ່ານໝໍ ຫງວຽນຫວຽດເຝືອງ ໃຫ້ຮູ້ວ່າ “ນີ້ອາດຈະແມ່ນກໍລະນີທີ່ໄດ້ຕິດຕາມ ແລະປິນປົ່ວຫຼາຍມື້ທີ່ສຸດຂອງພະແນກ, ລະດົມພູມປັນຍາຂອງພະນັກງານ, ທ່ານໝໍຂອງໂຮງໝໍຫຼາຍຄົນໄດ້ເຂົ້າຮ່ວມໃນການວິເຄາະເລືອດ, ວາງຢາ, ນຳໃຊ້ວັດຖຸອຸປະກອນການແພດຢູ່ບໍລິເວນໃນຂະນະທີ່ຍັງຂາດເຂີນຫຼາຍ”.

ຕາມທ່ານໝໍ ຫວູວັນຫ໋ຽນແລ້ວ ດ້ວຍການຕັ້ງໜ້າປະກອບສ່ວນທາງການແພດ, ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຫວຽດນາມ ໄດ້ຮັບຄໍາຊົມເຊີຍຍ້ອງຍໍຈາກບັນດາອົງການຄຸ້ມຄອງຂອງຄະນະປະຕິບັດງານຢູ່ Juba ແລະ Bentiu.

ຕັດສິນໃຈປະຕິບັດສໍາເລັດພາລະກໍາ

leftcenterrightdel
ພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຖ່າຍຮູບລວມກ່ອນຂຶ້ນເຮືອບິນໄປປະຕິບັດງານຢູ່ຄະນະປະຕິບັດງານ ສປຊ ຢູ່ ຊູດັງໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນທີ່ກັບຄືນປະເທດຢ່າງປອດໄພ, ບັນດາສະມາຊິກໂຮງໝໍກາງສະໜາມຂັ້ນ 2 ເລກ 2 ບໍ່ອາດຫຼົງລືມຊຸມເດືອນປີທີ່ປະຕິບັດງານໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກ, ຮ້າຍກາດຢູ່ບໍລິເວນ. ພະຍາດໂຄວິດ-19 ທີ່ແຜ່ລະບາດໄປທ່ົວໂລກນັ້ນ ໄດ້ກາຍເປັນສິ່ງທ້າທາຍໃຫຍ່ທີ່ສຸດ, ບໍ່ເຄີຍເຫັຮມີມາກ່ອນຕໍ່ກັບທຸກດ້ານຂອງການເຄື່ອນໄຫວຮັກສາສັນຕິພາບ ສປຊ ໃນທົ່ວໂລກເວົ້າລວມ ແລະຢູ່ຊູດັງໃຕ້ ເວົ້າສະເພາະ.

ສະຫາຍນາງພັນຕິ  ກາວທຸ່ຍຢຸງ ແບ່ງປັນວ່າ “ຂ້າພະເຈົ້າເຫັນໄດ້ຄວາມໝາຍອັນໃຫຍ່ຫຼວງເມື່ອໄດ້ເປັນທະຫານໃນກອງທັບປະຊາຊົນຫວຽດນາມ ໃນສະໄໝສັນຕິພາບ ແລະເຂົ້າຮ່ວມເຮັດໜ້າທີ່ສາກົນ, ປະກອບສ່ວນປົກປັກຮັກສາປະເທດຊາດໄວ້ແຕ່ໄກ, ຍົກສູງຮູບພາບ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງກອງທັບ, ຂອງປະເທດ, ຂອງຊາດ, ໃນນັ້ນຂາດບໍ່ໄດ້ແມ່ນຮູບພາບແມ່ຍິງຫວຽດນາມ “ເຮັດຫຼ້ອນໜ້າທີ່ວຽກບ້ານ ການເມືອງ” ໃນສາຍຕາເພື່ອນມິດສາກົນ”.

ໂດຍ: ເກື່ອງດັ້ງ