ໃນວິວັດການຫັນກອງທັບເປັນທັນສະໄໝມີການປະກອບສ່ວນຢ່າງຕັ້ງໜ້າຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ, ໃນນັ້ນມີກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ເຊິ່ງແມ່ນກຸ່ມບໍລິສັດຫຼັກແຫຼ່ງກ່ຽວກັບການພັດທະນາອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ.

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍ

ພັດທະນາອຸດສາຫະກໍາປ້ອງກັນຊາດ, ຮັບປະກັນດ້ານອາວຸດຍຸດໂທປະກອນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນເພື່ອກໍ່ສ້າງກໍາລັງປະກອບອາວຸດທີ່ມີກໍາລັງແຮງຢ່າງພຽງພໍ ເພື່ອຕໍ່ສູ້ປົກປັກຮັກສາປະເທດຊາດ. ປັດຈຸບັນ, ບັນດາປະເທດຢູ່ໃນໂລກ ລ້ວນແຕ່ມີທ່າອ່ຽງພັດທະນາອຸດສາປະກໍາປ້ອງກັນຊາດທັນສະໄໝ, ຮັບປະກັນໃຫ້ກໍາລັງປະກອບອາວຸດມີອາວຸດຍຸດໂທປະກອນທັນສະໄໝ, ມີກໍາລັງແຮງສູ້ຮົບເພື່ອແນໃສ່ຮັບມືກັບສົງຄາມເຕັກໂນໂລຢີສູງຢ່າງມີປະສິດທິຜົນ.

ປັດຈຸບັນ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນສະພາບການໃໝ່ ແລະທ່າອ່ຽງກໍາລັງປະກອບອາວຸດບັນດາປະເທດ ລ້ວນແຕ່ພັດທະນາເປັນທັນສະໄໝ, ນໍາໃຊ້ອາວຸດຍຸດໂທປະກອນເຕັກໂນໂລຢີສູງ, ພັກ, ລັດຫວຽດນາມ ໄດ້ວາງອອກເປົ້າໝາຍກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ ແລະກໍານົດແຈ້ງທິດທາງ, ກໍາລັງ, ວິວັດທະນາການກໍ່ສ້າງກອງທັບທັນສະໄໝ, ໃນນັ້ນມີການພັດທະນາອຸດສາຫະກໍາປ້ອງກັນຊາດ.

leftcenterrightdel
ການນໍາກົມໃຫຍ່ເຕັກນິກ ຢ້ຽມຊົມຜະລິດຕະພັນອຸດສາຫະກໍາປ້ອງກັນຊາດ ໂດຍ Viettel ຄົ້ນຄວ້າ, ພັດທະນາ. ພາບ:  qdnd.vn.

ເລື່ອງຮັບປະກັນໃຫ້ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງທາງດ້ານອຸດສາຫະກໍາປ້ອງກັນຊາດແມ່ນສໍາຄັນທີ່ສຸດ, ເພາະວ່າຄືແນວນັ້ນ, ພວກເຮົາຈຶ່ງສາມາດຮັບປະກັນຜະລິດອາວຸດຍຸດໂທປະກອນປະເພດຕ່າງໆດ້ວຍຕົນເອງໄດ້, ຮັກສາຄວາມລັບກ່ຽວກັບເຕັກໂນໂລຢີ ແລະການທະຫານ, ບໍ່ຂຶ້ນກັບພາຍນອກ, ຜ່ານນັ້ນເພີ່ມທະວີກໍາລັງແຮງຂອງກອງທັບ.

ປັດຈຸບັນ, ແຜນນະໂຍບາຍພັດທະນາອຸດສາຫະກໍາປ້ອງກັນຊາດຂອງພັກເຮົາມີບາງຈຸດໃໝ່ ຄື: ພັດທະນາອຸດສາຫະກໍາປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມທິດນຳໃຊ້ໄດ້ສອງຢ່າງ, ທັນສະໄໝ, ພັດທະນາອຸດສາຫະກໍາປ້ອງກັນຊາດ, ປ້ອງກັນຄວາມສະຫງົບກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດ. ເປັນອັນວ່າ, ອຸດສາຫະກໍາປ້ອງກັນຊາດຕ້ອງຮັບປະກັນຮັບໃຊ້ພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດຢ່າງມີປະສິດທິຜົນ, ທັງປະກອບສ່ວນເຂົ້າໃນກິດຈະກໍາສ້າງສາ ແລະພັດທະນາປະເທດຊາດ. ອຸດສາຫະກໍາປ້ອງກັນຊາດຕ້ອງເປັນເຈົ້າຕົນເອງທາງດ້ານເຕັກໂນໂລຢີການຜະລິດ, ສ້ອມແປງ, ດັດປັບອາວຸດຍຸດໂທປະກອນລຸ້ນໃໝ່ຫຼາຍປະເພດ, ເຕັກໂນໂລຢີສູງ, ທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານອາວຸດຍຸດໂທປະກອນເຕັກນິກໃຫ້ກໍາລັງປະກອບອາວຸດ; ພ້ອມທັງປະຕິບັດການຖ່າຍທອດເຕັກໂນໂລຢີສອງສົ້ນລະຫວ່າງອຸດສາຫະກໍາປ້ອງກັນຊາດ ແລະອຸດສາຫະກໍາແຫ່ງຊາດ, ໃນນັ້ນ, ອຸດສາຫະກໍາປ້ອງກັນຊາດແມ່ນປາຍແຫຼມ, ສ້າງພື້ນຖານຊຸກຍູ້ອຸດສາຫະກໍາແຫ່ງຊາດພັດທະນາ.

ຈາກບັນດາບັນຫາທີ່ໄດ້ຍົກອອກຄືດັ່ງກ່າວສະແດງໃຫ້ເຫັນວ່າ, ເລື່ອງເປັນເຈົ້າຕົນເອງໃນການພັດທະນາອຸດສາຫະກໍາປ້ອງກັນຊາດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ, ຮີບດ່ວນ. ເປັນເຈົ້າຕົນເອງໃນການພັດທະນາອຸດສາຫະກໍາປ້ອງກັນຊາດເພື່ອແນໃສ່ກໍ່ສ້າງກອງທັບເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ; ມີບາງເຫຼົ່າທັບ, ເຫຼົ່າຮົບ, ກໍາລັງກ້າວຂຶ້ນເປັນທັນສະໄໝ; ສ້າງປະຖົມປັດໄຈຢ່າງໜັກແໜ້ນເພື່ອກໍ່ສ້າງກອງທັບທັນສະໄໝແຕ່ປີ 2030. ເປັນເຈົ້າຕົນເອງໃນການພັດທະນາອຸດສາຫະກໍາປ້ອງກັນຊາດຍັງສ້າງປະຖົມປັດໄຈເພື່ອພັດທະນາອຸດສາຫະກໍາແຫ່ງຊາດ ແນໃສ່ຄົ້ນຄວ້າ, ຜະລິດສິນຄ້າທີ່ມີຄຸນນະພາບສູງຫຼາຍປະເພດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະທັນສະໄໝ ແລະຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ...

ບັນດາບາດກ້າວບຸກທະລຸ

ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະການລົງທຶນ, ສະນັ້ນ, ໃນຊຸມປີຜ່ານມາ, ກໍາລັງຄວາມສາມາດຄົ້ນຄວ້າ, ອອກແບບ, ປະດິດສ້າງ, ຜະລິດ ແລະສ້ອມແປງອາວຸດຍຸດໂທປະກອນຂອງຂະແໜງອຸດສາຫະກໍາປ້ອງກັນຊາດ ໄດ້ສ້າງບາດກ້າວພັດທະນາບຸກທະລຸ, ຕອບສະໜອງຄວາມຕ້ອງການຜະລິດອາວຸດຍຸດໂທປະກອນສ່ວນໃດສ່ວນໜຶ່ງ ໃຫ້ກໍາລັງປະກອບອາວຸດ, ຫຼຸດຜ່ອນການນໍາເຂົ້າ, ປະຢັດງົບປະມານແຫ່ງລັດ. ກໍາລັງຄວາມສາມາດໃນການຜະລິດ, ສ້ອມແປງບັນດາຜະລິດຕະພັນອຸດສາຫະກໍາປ້ອງກັນຊາດ, ເປັນຕົ້ນແມ່ນການຕໍ່ກໍາປັ່ນການທະຫານ, ເອເລັກໂຕນິກໂທລະຄົມມະນາຄົມພັດທະນາຢ່າງແຮງ. ໃນເບື້ອງຕົ້ນ, ວຽກງານຄົ້ນຄວ້າວິທະຍາສາດເຕັກໂນໂລຢີໄດ້ຕິດພັນກັບການຜະລິດ. ນອກຈາກນັ້ນ, ອຸດສາຫະກໍາປ້ອງກັນຊາດຍັງຜະລິດບາງຜະລິດຕະພັນຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ແລະການສົ່ງອອກ.

ຕາມທ່ານພົນຕີ ເຈິ່ນຮົ່ງມິງ, ຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລ້ວ, ໃນຊຸມປີຜ່ານມາ, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ປະຕິບັດພາລະບົດບາດເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ກ່ຽວກັບການລົງທຶນກຳລັງບົ່ມຊ້ອນອຸດສາຫະກໍາປ້ອງກັນຊາດເປັນຢ່າງດີ, ຜະລິດ, ຮັບປະກັນອາວຸດຍຸດໂທປະກອນໃຫ້ກອງທັບ; ສະເໜີບັນດາມາດຕະການຍົກສູງຄຸນນະພາບຜະລິດຕະພັນປ້ອງກັນຊາດ ແລະປະສິດທິຜົນການນໍາໃຊ້ອາວຸດຍຸດໂທປະກອນ; ປະຕິບັດສໍາເລັດການສ້າງແຜນຮ່າງຍົກສູງກໍາລັງຄວາມສາມາດໃນການຜະລິດ, ສ້ອມແປງອາວຸດຍຸດໂທປະກອນ.

ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົນ, ຜ່ານການຄົ້ນຄວ້າ, ປະດິດສ້າງ ແລະຜະລິດອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງໃນຂົງເຂດອຸດສາຫະກໍາປ້ອງກັນຊາດເປັນເວລາກວ່າ 10 ປີ, ກຸ່ມບໍລິສັດ Viettel ໄດ້ກາຍເປັນພາກສ່ວນທີ່ສໍາຄັນຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ. Viettel ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ການນໍາພັກ, ລັດ, ກະຊວງປ້ອງກັນປະເທດ ແລະປະຊາຊົນກ່ຽວກັບເລື່ອງຊາວຫວຽດນາມ ມີຄວາມສາມາດເປັນເຈົ້າຕົນເອງໃນການຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນເຕັກໂນໂລຢີສູງ ເພື່ອປົກປັກຮັກສາປະເທດຊາດແຕ່ໄກ; ແລະບັນດາອາວຸດຍຸດໂທປະກອນ “Made by Viettel” ທີ່ພວມປະກອບໃນກອງທັບແມ່ນພະຍານຫຼັກຖານຈະແຈ້ງທີ່ສຸດ. ບັນດາອາວຸດຍຸດໂທປະກອນການທະຫານທີ່ມີເຕັກໂນໂລຢີສູງ ໂດຍ Viettel ຜະລິດໄດ້ປະກອບສ່ວນຊ່ວຍບັນດາເຫຼົ່າທັບ, ເຫຼົ່າຮົບກ້າວຂຶ້ນເປັນທັນສະໄໝ, ຜ່ານນັ້ນຍົກສູງກໍາລັງແຮງບົ່ມຊ້ອນດ້ານການທະຫານ, ການປ້ອງກັນຊາດ ແລະຄວາມສາມາດສູ້ຮົບຂອງກອງທັບເຮົາ.

ໂດຍ: ທູຈາງ