ຫວຽດນາມ ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການຮັກສາສັນຕິພາບຜ່ານທາງອອນລາຍ ແລະໂດຍກົງ
ກປ.ອອນໄລ - ວັນທີ 14 ເມສາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົມກ່ຽວກັບການຮັກສາສັນຕິພາບຜ່ານທາງອອນລາຍ ແລະໂດຍກົງ ໂດຍໂຄງການຂໍ້ລິເລີ່ມການເຄື່ອນໄຫວສັນຕິພາບທົ່ວໂລກຂອງອາເມລິກາ (GPOI) ໜູນຊ່ວຍ.
|
|
ພິທີໄຂຊຸດຝຶກອົບຮົມ. ພາບ: qdnd.vn. |
ກ່າວຄໍາເຫັນທີ່ພິທີໄຂ, ທ່ານພົນຈັດຕະວາ ຮ່ວາງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໃຫ້ຮູ້ວ່ານີ້ແມ່ນຊຸດຝຶກອົບຮົມ ທີ່ມີລັກສະນະຫຼາຍຮູບຫຼາຍແບບກ່ຽວກັບພາກສ່ວນທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍບັນດານັກສໍາມະນາກອນທີ່ມາຈາກ 11 ກົມກອງຂອງກະຊວງປ້ອງກັນປະເທດ ຄື: ທະຫານເຮືອ, ຕໍາຫຼວດທະເລ, ທະຫານຊາຍແດນ, ທະຫານຊ່າງແສງ, ວິທະຍາຄານກອງທັບ, ໂຮງໝໍກອງທັບ 175... GPOI ໄດ້ຄັດເລືອກຫວຽດນາມ ແມ່ນປະເທດທໍາອິດເພື່ອຈັດຕັ້ງຊຸດຝຶກອົບຮົມດັ່ງກ່າວຜ່ານທາງອອນລາຍ ແລະໂດຍກົງໃນສະພາບທີ່ພະຍາດໂຄວິດ-19 ເຮັດໃຫ້ການເຄື່ອນໄຫວຝຶກອົບຮົມຖືກຕັດຂາດ. ເມື່ອທຽບໃສ່ບັນດາຊຸດຝຶກອົບຮົມຄັ້ງກ່ອນ, ຫຼັກສູດ ແລະເອກະສານສິດສອນຂອງຊຸດຝຶກອົບຮົມຄັ້ງນີ້ໄດ້ຮັບການດັດປັບໃຫ້ ເໝາະສົມກັບເງື່ອນໄຂຂອງການຝຶກອົບຮົມໃນປັດຈຸບັນ.
|
|
ທ່ານພົນຈັດຕະວາ ຮ່ວາງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລກປ່ຽນກັບຄູອາຈານສາກົນຜ່ານທາງອອນລາຍ. ພາບ: qdnd.vn. |
ທີ່ພິທີໄຂຊຸດຝຶກອົບຮົມ, ທ່ານ Julian Bower, ຫົວໜ້າຄະນະຄູອາຈານ GPOI ໃຫ້ຮູ້ວ່າ ຊຸດຝຶກອົບຮົມຈະປະກອບສ່ວນຍົກສູງກໍາລັງຄວາມສາມາດຂອງຫວຽດນາມ ໃນການຈັດຕັ້ງຊຸດຝຶກອົບຮົມ ກໍ່ຄືການນໍາໃຊ້ຫຼັກສູດ, ເອກະສານຂອງຊຸດຝຶກອົບຮົມ ເພື່ອໜູນຊ່ວຍບັດດາການເຄື່ອນໄຫວຝຶກອົບຮົມອື່ນອີກ.
|
|
ຄູອາຈານອີຢູ Stéphane Pierrat ແນະນໍາໃຫ້ແກ່ບັນດານັກສໍາມະນາກອນທີ່ຊຸດຝຶກອົບຮົມ. ພາບ: qdnd.vn. |
ຜ່ານຊຸດຝຶກອົບຮົມຈັດຂຶ້ນໃນລະຫວ່າງວັນທີ 12-29 ເມສາ, ບັນດານັກສໍາມະນາກອນຈະໄດ້ປະກອບຄວາມຮູ້ກ່ຽວກັບສະຫະປະຊາຊາດ (ສປຊ) ແລະການເຄື່ອນໄຫວຮັກສາສັນຕິພາບ ສປຊ. ລະອຽດ, ບັນດານັກສໍາມະນາກອນຈະໄດ້ຝຶກແອບທັກສະກ່ຽວກັບວຽກງານເສນາທິການດ້ານການທະຫານໃຫ້ ສປຊ ຢູ່ຂັ້ນສໍານັກບັນຊາຄະນະປະຕິບັດງານ; ຊອກຮູ້ບັນດາຫຼັກການເຄື່ອນໄຫວຮັກສາສັນຕິພາບ ສປຊ; ບັນຊາ ແລະຄວບຄຸມ; ວຽກງານເສນາທິການສູ້ຮົບ; ການປົກປ້ອງສາມັນຊົນ, ການໜູນຊ່ວຍມະນຸດສະທໍາ, ການພົວພັນກັບສື່ມວນຊົນ, ການຫຼຸດຜ່ອນອາວຸດ ແລະການເຊື່ອມໂຍງເຂົ້າກັບປະຊາຄົມຄືນໃໝ່; ລາຍຮັບ, ການໄຈ້ແຍກຂໍ້ມູນຈາກສືບຂ່າວ; ການປະສານງານລະຫວ່າງທະຫານ-ພົນລະເຮືອນ.
ໂດຍ: ທູຈາງ