leftcenterrightdel
ທ່ານພົນຈັດຕະວາ ຫງວຽນດັກຫ໊າຍ. ພາບ: qdnd.vn.

ນັກຂ່າວ (ນຂ): ຂໍສະຫາຍໃຫ້ຮູ້ລັກສະນະພິເສດສະເພາະ ແລະຄວາມຫຍຸ້ງຍາກໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ກົມໃຫຍ່ອຸດສາຫະກຳປ້ອງກັນຊາດແມ່ນຫຍັງ?

ທ່ານພົນຈັດຕະວາ ຫງວຽນດັກຫ໊າຍ: ລັກສະນະພິເສດສະເພາະທີ່ສາມາດເຫັນໄດ້ງ່າຍແມ່ນບັນດາກົມກອງຂຶ້ນກັບກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ທີ່ຕັ້ງທັບ ແລະປະຕິບັດໜ້າທີ່ຢູ່ທັງສາມພາກ: ເໜືອ-ກາງ-ໃຕ້; ພະນັກງານ, ພາລະກອນ, ຜູ້ອອກແຮງງານຫຼັງຈາກເລິກງານແລ້ວ ຈະກັບຄືນບ້ານດໍາລົງຊີວິດພ້ອມກັບຄອບຄົວ ແລະປະຊາຊົນຢູ່ບ່ອນອາໄສ. ພ້ອມກັນນັ້ນ, ຂັ້ນຕອນຄົ້ນຄ້ວາ, ຜະລິດ,  ດຳເນີນທຸລະກິດ, ການຮັບຖ່າຍທອດເຕັກໂນໂລຢີໂຄງການລົງທຶນຕ້ອງໄດ້ຈັດຕັ້ງເປັນລະບົບຕ່ອງໂສ້, ເຕົ້າໂຮມຫລາຍຄົນ; ມີການພົບປະ, ພົວພັນກັບລູກຄ້າ, ນັກຊ່ຽວຊານພາຍໃນ ແລະຕ່າງປະເທດເປັນປະຈໍາ. ສະນັ້ນ, ຄວາມສ່ຽງຕິດພະຍາດໂຄວິດ-19 ຢູ່ອົງການ, ກົມກອງໃນກົມໃຫຍ່ແມ່ນສູງທີ່ສຸດ.

ນັກຂ່າວ: ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ໄດ້ມີມາດຕະການໃດເພື່ອປະກອບສ່ວນສະກັດກັ້ນໂລກລະບາດ?

ທ່ານພົນຈັດຕະວາ ຫງວຽນດັກຫ໊າຍ: ພາຍຫຼັງມີຄໍາສັ່ງຂອງກະຊວງປ້ອງກັນປະເທດ ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19, ດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ຄະນະພັກ, ຜູ້ບັນຊາການກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ສ້າງຕັ້ງຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຮີບດ່ວນ; ປະກາດໃຊ້ມະຕິຫົວເລື່ອງສະເພາະກ່ຽວກັບໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19  ແລະແຜນການ, ຄໍາສັ່ງ, ຄຳແນະນຳເພື່ອຊີ້ນຳ, ນໍາພາການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19.

leftcenterrightdel
ພະນັກງານແພດທະຫານຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແທກອຸນຫະພູມຮ່າງກາຍໃຫ້ພະນັກງານ, ພາລະກອນ ແລະແຂກທີ່ມາປະຕິບັດງານ. ພາບ: qdnd.vn.

ເພື່ອໃຫ້ພະນັກງານ, ພາລະກອນ, ນັກຮົບເຂົ້າໃຈກ່ຽວກັບຄວາມສ່ຽງຂອງພະຍາດໂຄວິດ-19 ຢ່າງຈະແຈ້ງ, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ໄດ້ຜັນຂະຫຍາຍວຽກງານສຶກສາອົບຮົມດ້ານການເມືອງ ແລະແນວຄິດຢ່າງຮອບດ້ານ; ຍູ້ແຮງການໂຄສະນາເຜີຍແຜ່ດ້ວຍຫລາຍຮູບແບບທີ່ອຸດົມສົມບູນ. ກົມໃຫຍ່ໄດ້ບູລະນະໜ່ວຍງານ, ກອງເຄື່ອນທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ 17 ຫ້ອງກວດພະຍາດຂອງກົມກອງ; ສ້າງເວັບໄຊຄຸ້ມຄອງບໍລິຫານວຽກງານວິຊາການປ້ອງກັນ, ຕ້ານພະຍາດໂຄວິດ-19... ກົມໃຫຍ່ກໍ່ໄດ້ຊີ້ນໍາວິທະຍາໄລອຸດສາຫະກໍາປ້ອງກັນຊາດ ແລະກອງ 298 ກະກຽມພື້ນຖານດ້ານວັດຖຸຢູ່ໃນເຂດຈໍາກັດບໍລິເວນ, ກຽມພ້ອມຮັບໜ້າທີ່ເມື່ອໄດ້ຮັບຄໍາສັ່ງຈາກກະຊວງປ້ອງກັນປະເທດ. ໄດ້ຮັບເອົາ ແລະແຈກຢາຍອຸປະກອນການແພດດ້ວຍມູນຄ່າກວ່າ 2,8 ຕື້ດົ່ງໃຫ້ບັນດາອົງການ, ກົມກອງ ຄື: ຢາຂ້າເຊື້ອ Chloramine B, ຜ້າອັດປາກອັດດັງ… ຈັດແບ່ງງົບປະມານ 1,6 ຕື້ດົ່ງໃຫ້ບັນດາອົງການ, ກົມກອງ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານພະຍາດໂຄວິດ-19 ຮັບປະກັນຄວາມໂປ່ງໃສ ແລະທັນການ…

ນຂ: ຂໍຮຽນສະຫາຍ, ບັນດາມາດຕະການດັ່ງກ່າວໄດ້ຮັບໝາກຜົນຄືແນວໃດ?

ທ່ານພົນຈັດຕະວາ ຫງວຽນດັກຫ໊າຍ: ຍ້ອນປະຕິບັດບັນດາມາດຕະການຢ່າງຄົບຊຸດ, ມາຮອດປະຈຸບັນ, ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ທົ່ວກົມໃຫຍ່ບໍ່ມີຜູ້ຕິດເຊື້ອພະຍາດ ຫຼືຖືກສົງໄສຕິດເຊື້ອພະຍາດໂຄວິດ-19. ປະສິດທິຜົນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ປະກອບສ່ວນຊ່ວຍໃຫ້ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ຜັນຂະຫຍາຍຫຼາຍກິດຈະກຳທີ່ສຳຄັນ, ໃນນັ້ນມີການວາງສະແດງ ແລະແນະນຳຜະລິດຕະພັນໂດຍກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ຜະລິດ; ຍິງທົດລອງ, ທົດລອງຜະລິດຕະພັນອາວຸດໃໝ່ຈຳນວນໜຶ່ງ... ບັນດາກົມກອງໃນກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ໄດ້ຈັດຕັ້ງປະຕິບັດເປົ້າໝາຍຄວບຄູ່ເປັນຢ່າງດີ, ທັງປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ທັງປະຕິບັດສຳເລັດໜ້າທີ່ການເມືອງ; ບັນດາຄາດໝາຍໃນການຜະລິດດໍາເນີນທຸລະກິດ, ລາຍຮັບຂອງຜູ້ອອກແຮງງານໃນປີ 2020 ລ້ວນແຕ່ບັນລຸ ແລະລື່ນກາຍແຜນການທີ່ໄດ້ວາງອອກ…

ນຂ: ປະຕິບັດທິດນໍາ "ຕ້ານພະຍາດຄືຕ້ານສັດຕູ", ພາຍຫຼັງກວ່າໜຶ່ງປີທີ່ຮັບມືກັບພະຍາດໂຄວິດ-19, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ສາມາດຖອດຖອນໄດ້ບົດຮຽນຫຍັງແດ່, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ຫງວຽນດັກຫ໊າຍ: ອາດເວົ້າໄດ້ວ່າ, ກວ່າໜຶ່ງປີທີ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19, ພວກຂ້າພະເຈົ້າສາມາດຖອດຖອນໄດ້ຫຼາຍບົດຮຽນ. ນັ້ນແມ່ນ, ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຕ້ອງໄດ້ຮັບການຊີ້ນຳ, ນໍາພາຢ່າງທັນການ ແລະເຂັ້ມງວດຈາກຄະນະພັກ ແລະຜູ້ບັນຊາການທຸກຂັ້ນ ຈາກກົມໃຫຍ່ຕະຫຼອດຮອດບັນດາກົມກອງຮາກຖານ; ເສີມຂະຫຍາຍບົດບາດຂອງຄະນະຊີ້ນຳປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະບົດບາດເປັນເສນາທິການຂອງອົງການເສນາຮັກ, ກໍ່ຄືການເຂົ້າຮ່ວມຢ່າງເຂັ້ມງວດ, ຄົບຊຸດຂອງອົງການ, ກົມກອງຕ່າງໆ. ການສົມທົບລະຫວ່າງການໂຄສະນາເຜີຍແຜ່, ການສຶກສາ ແລະການຂົນຂວາຍດ້ວຍມາດຕະການເພີ່ມທະວີລະບຽບວິໄນ, ກົດລະບຽບກອງທັບ, ຮັບປະກັນໃຫ້ແຕ່ລະອົງການຈັດຕັ້ງ, ບຸກຄົນເຂົ້າໃຈຢ່າງຈະແຈ້ງ ແລະປະຕິບັດບັນດາຂໍ້ກໍານົດໃນການປ້ອງກັນຕ້ານໂລກລະບາດໃນການປະຕິບັດງານ,  ການອອກແຮງງານທໍາການຜະລິດ ແລະໃນການດໍາລົງຊີວິດ, ຢູ່ອາໄສທີ່ທ້ອງຖິ່ນຢ່າງທັນການ, ຄົບຖ້ວນ...

ນຂ: ຂໍຂອບໃຈ!

ໂດຍ: ທະນາພອນ