ທີ່ບັນດາເກາະ ແລະຮ້ານເວນຍາມ DK1, ຄະນະໄດ້ກວດກາວຽກງານທຸກດ້ານຂອງບັນດາກົມກອງໃນກອງທັບ. ຜົນການກວດກາສະແດງໃຫ້ເຫັນວ່າ, ບັນດາກົມກອງໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ; ພະນັກງານ, ນັກຮົບກໍາແໜ້ນໜ້າທີ່, ມີເຈດຈໍານົງຕັດສິນໃຈສູງ, ມານະພະຍາຍາມສູ້ຊົນປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ຜູ້ບັນຊາການທຸກຂັ້ນກໍາແໜ້ນວິທີການຕໍ່ສູ້, ແກ້ໄຂຢ່າງທັນການ, ຖືກຕ້ອງກັບມາດຕະການຮັບມືຕໍ່ບັນດາກໍລະນີທີ່ເກີດຂຶ້ນທາງອາກາດ, ທະເລ, ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໃຫ້ໝັ້ນຄົງ...

leftcenterrightdel
ທ່ານພົນຕີ ຮວີ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການມອບຂອງຂວັນໃຫ້ພະນັກງານ, ນັກຮົບເກາະເຊີນຈ່າ. ພາບ: ງອັກເຮີນ.

ສະຫຼຸບການກວດກາ, ທ່ານພົນຕີ ຮວີ່ງຈ໊ຽນຖັ໊ງ ຊົມເຊີຍພະນັກງານ, ນັກຮົບບັນດາເກາະ ແລະຮ້ານເວນຍາມ ໄດ້ມານະພະຍາຍາມແກ້ໄຂທຸກຄວາມຫຍຸ້ງຍາກ, ກໍານົດໜ້າທີ່ເປັນຢ່າງດີ, ຍາມໃດກໍ່ສາມັກຄີກັນ, ເຫັນດີເປັນເອກະພາບ, ຕັດສິນໃຈຮັກສາອະທິປະໄຕທະເລ, ໝູ່ເກາະ,  ໄຫຼ່ທະວີບຂອງປະເທດ. ບັນດາກົມກອງໄດ້ມີຫຼາຍມາດຕະການປະດິດສ້າງ, ມີປະສິດທິຜົນເພື່ອຜັນຂະຫຍາຍການປະຕິບັດໜ້າທີ່ໃຫ້ເປັນຢ່າງດີ. ທ່ານຫົວໜ້າຄະນະກວດກາກໍ່ຊີ້ແຈ້ງບັນດາຂໍ້ຈໍາກັດ, ຂາດເຂີນເພື່ອໃຫ້ພະນັກງານ, ນັກຮົບຢູ່ບັນດາໝູ່ເກາະ, ຮ້ານເວນຍາມມີມາດຕະການແກ້ໄຂໄວທີ່ສຸດ; ພ້ອມທັງຊີ້ນໍາບັນດາເນື້ອໃນວຽກງານຕົ້ນຕໍ່ເພື່ອໃຫ້ບັນດາກົມກອງເອົາໃຈໃສ່ປະຕິບັດໃນໄລຍະຈະມາເຖິງເປັນຢ່າງດີ; ໃນຕໍ່ໜ້າແມ່ນເຮັດດີທຸກວຽກງານກະກຽມເພື່ອເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ຢ່າງເຄັ່ງຄັດ, ຖືກຕ້ອງຕາມກຳນົດ...

ໂດຍ: ເກື່ອງດັ້ງ