leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: dangcongsan.vn

“ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຄົາລົບ, ປົກປ້ອງ ແລະຊຸກຍູ້ສິດຂອງປະຊາຊົນ. ຄວາມພະຍາຍາມ ແລະໝາກຜົນຂອງຫວຽດນາມ ໃນຂົງເຂດນີ້ໃນໄລຍະຜ່ານມາໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ. ຫວຽດນາມ ຮັບຮູ້ກ່ຽວກັບບົດລາຍງານສິດທິມະນຸດປະຈໍາປີ 2020 ຂອງກະຊວງການຕ່າງປະເທດອາເມລິກາ ທີ່ໄດ້ຍົກໃຫ້ເຫັນຄວາມຄືບໜ້າທີ່ດີຂອງຫວຽດນາມ ໃນການປົກປ້ອງສິດທິມະນຸດ. ເຖິງຢ່າງໃດກໍ່ຕາມ, ບົດລາຍງານດັ່ງກ່າວຍັງໄດ້ຍົກໃຫ້ເຫັນບາງຂໍ້ສັງເກດທີ່ຂາດພາວະວິໄສໂດຍອີງໃສ່ແຫຼ່ງຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບສະພາບການຕົວຈິງຢູ່ຫວຽດນາມ.

ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະບົນຈິດໃຈສ້າງສັນກັບອາເມລິກາ  ກ່ຽວກັບບັນດາບັນຫາທີ່ຍັງມີຄວາມແຕກຕ່າງກັນເພື່ອເພີ່ມທະວີຄວາມເຂົ້າໃຈ ແລະປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ”.

ໂດຍ: ໄຊຊະນະ