leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ທ່ານພັນຕີ ຫງວຽນຟຸກດົງ. ພາບ: ໝີແຮັ້ງ.

ສະຫາຍ ຫງວຽນຟຸກດົງ ແມ່ນນາຍທະຫານຜູ້ທີ 3 ຂອງຫວຽດນາມ ທີ່ໄດ້ຮັບການຄັດເລືອກເຂົ້າເຮັດວຽກຢູ່ກົມເຄື່ອນໄຫວສັນຕິພາບດ້ວຍຕຳແໜ່ງເປັນນາຍທະຫານຝຶກແອບການທະຫານ, ຄະນະຄຸ້ມຄອງລາຍການຝຶກແອບ, ຫ້ອງຝຶກແອບ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີຖ່າຍຮູບເປັນທີ່ລະນຶກ. ພາບ: ໝີແຮັ້ງ.

ພາຍຫຼັງຍ້ອງຍໍຊົມເຊີຍຜົນງານຂອງສະຫາຍ ຫງວຽນຟຸກດົງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ທ່ານພັນຕີ ຫງວຽນຟຸກດົງ ເມື່ອໄປຮັບໜ້າທີ່ຢູ່ສໍານັກງານ ສປຊ ແລ້ວຄວນປະຕິບັດແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດຂອງກອງທັບ ແລະ ສປຊ ຢ່າງເຂັ້ມງວດ; ຮັກສາຈິດໃຈສາມັກຄີພາຍໃນ, ສາມັກຄີສາກົນ; ປັບຕົວໃຫ້ເຂົ້າກັບສະພາບຢ່າງວ່ອງໄວ, ກໍາແໜ້ນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ; ຖອດຖອນບົດຮຽນ, ປະຕິບັດໜ້າທີ່ເປັນເສນາທິການໃຫ້ກົມຮັກສາສັນຕິພາບຫວຽດນາມ ແລະກະຊວງປ້ອງກັນປະເທດຫວຽດນາມ ໃນຂົງເຂດວິຊາສະເພາະ, ປະກອບສ່ວນປະຕິບັດໜ້າທີ່ວຽກງານຝຶກແອບກໍາລັງຮັກສາສັນຕິພາບຫວຽດນາມ ໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ກະກຽມບຸກຄະລາກອນບັນລຸຄຸນນະພາບທີ່ດີເພື່ອເຮັດວຽກໃນຕຳແໜ່ງອື່ນຢູ່ສໍານັກງານ ສປຊ.

ໂດຍ: ເຈິ່ນຮວ່ຽນ