leftcenterrightdel
ການນໍາກົມໃຫຍ່ເຕັກນິກ ມອບຂອງຂວັນໃຫ້ທີມຊ່າງຍຸດໂທປະກອນທີ່ຈະໄປເຂົ້າຮ່ວມ Army Games 2021. ພາບ: qdnd.vn.

ສະມາຊິກຂອງທີມຊ່າງຍຸດໂທປະກອນ ຍາມໃດກໍ່ກໍານົດວ່າ ເລື່ອງໄດ້ໄປເຂົ້າຮ່ວມ Army Games ທັງແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈທັງແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງ, ສະນັ້ນຍາມໃດກໍ່ມານະພະຍາຍາມຝຶກແອບ, ແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈແຂ່ງຂັນເພື່ອບັນລຸໝາກຜົນດີທີ່ສຸດ. ຄຽງຂ້າງການຝຶກແອບເນື້ອໃນແຂ່ງຂັນແລ້ວ, ສະມາຊິກແຕ່ລະຄົນຍັງໄດ້ອອກກໍາລັງກາຍ, ຮຽນພາສາຕ່າງປະເທດຕື່ມອີກເພື່ອຮັບໃຊ້ໃຫ້ແກ່ການພົບປະແລກປ່ຽນ, ແບ່ງປັນບົດຮຽນກັບທີມຂອງປະເທດອື່ນ. ທ່ານຫົວໜ້າກົມໃຫຍ່ເຕັກນິກ ກໍ່ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຝຶກແອບຂອງສະມາຊິກໃນທີມ ແລະຮຽກຮ້ອງໃຫ້ທີມຊ່າງຍຸດໂທປະກອນສືບຕໍ່ເສີມຂະຫຍາຍນໍ້າໃຈຮັບຜິດຊອບ, ຝຶກແອບໃຫ້ຕິດແທດກັບເນື້ອໃນຂອງການແຂ່ງຂັນ, ຮັບປະກັນຄວາມປອດໄພ, ເອົາໃຈໃສ່ຝຶກແອບທັກສະ, ອອກກໍາລັງກາຍເພື່ອແຂ່ງຂັນໃຫ້ບັນລຸໝາກຜົນສູງສຸດ.

ໂດຍ: ໄຊຊະນະ