leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເປັນປະທານການພົບປະ. ພາບ: ຮວ່າງຫວູ.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ໄດ້ຊົມເຊີຍຄະນະພະນັກງານກອງທັບປະຊາຊົນ ລາວ ຈໍານວນ 30 ທ່ານ ທີ່ໄດ້ປະຕິບັດສໍາເລັດຊຸດຮຽນຢູ່ວິທະຍາຄານປ້ອງກັນຊາດ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ຢັ້ງຢືນວ່າ ການຮ່ວມມືດ້ານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ. ບົນພື້ນຖານອະນຸສັນຍາໄລຍະ 2020-2024 ແລະແຜນການຮ່ວມມືແຕ່ລະປີ, ຜົນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ລາວ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນວຽກງານບໍາລຸງສ້າງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ພິເສດຈາກສອງຝ່າຍ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ສະແດງຄວາມເຊື່ອໝັ້ນວ່າ, ບັນດາສະມາຊິກໃນຄະນະພາຍຫຼັງກັບເມືອປະເທດ ຈະໝູນໃຊ້ຄວາມຮູ້ຈາກຊຸດຮຽນເຂົ້າໃນຂົງເຂດວຽກງານຂອງຕົນ ແນໃສ່ປະກອບສ່ວນກໍ່ສ້າງກອງທັບປະຊາຊົນ ລາວ ໃຫ້ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

ຄະນະພະນັກງານກອງທັບປະຊາຊົນ ລາວ ໄດ້ຂອບໃຈກະຊວງປ້ອງກັນປະເທດ, ກົມພົວພັນຕ່າງປະເທດ ແລະວິທະຍາຄານປ້ອງກັນຊາດຫວຽດນາມ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ຄະນະເມື່ອເຂົ້າຮ່ວມຊຸດຮຽນຢູ່ຫວຽດນາມ; ຢັ້ງຢືນວ່າ ບັນດາຄວາມຮູ້ໃໝ່, ມີຄຸນປະໂຫຍດ, ແທດຈິງທີ່ໄດ້ຮັບຈາກຊຸດຮຽນນັ້ນ ຈະໄດ້ນໍາໃຊ້ໃນວຽກງານວິຊາການທີ່ເຂົາເຈົ້າຮັບຜິດຊອບ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາແບບຍືນຍົງ, ປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

ໂດຍ: ໄຊຊະນະ