ທີມພູມີປະເທດການທະຫານກະກຽມໃຫ້ Army Games 2021 ເປັນຢ່າງດີ
ກປ.ອອນໄລ - ຫວ່າງແລ້ວນີ້, ທີ່ໂຮງຮຽນນາຍທະຫານບົກ 1, ກົມແຜນທີ່, ກົມໃຫຍ່ເສນາທິການໄດ້ດໍາເນີນການກວດກາວຽກງານຝຶກແອບອົບຮົມໄລຍະ 1 ຂອງທີມພູມີປະເທດການທະຫານທີ່ເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ Army Games 2021.
ໃນໄລຍະ 1, ກໍາລັງຄູເຝິກໄດ້ສ້າງແຜນການຝຶກອົບຮົມຢ່າງລະອຽດ, ວິທະຍາສາດ, ຕິດແທດກັບຄວາມຮຽກຮ້ອງ, ກົດລະບຽບຂອງການແຂ່ງຂັນ. ບັນດານັກກິລາຕັ້ງໜ້າຝຶກແອບ, ກໍາແໜ້ນເນື້ອໃນທິດສະດີ, ໝູນໃຊ້ຢ່າງມີໄຫວພິບໃນການປະຕິບັດຕົວຈິງບັນດາເນື້ອໃນທັກສະດ້ານວິຊາການ, ຄື: ຕັດແງ່ມູມທິດທີ່ຕັ້ງ, ຮັບປະກັນພູມີປະເທດ, ແຜນທີ່ການທະຫານເພື່ອຝຶກແອບໃຫ້ຖືກກັບເຕັກນິກ, ຍຸດທະວິທີ ແລະເວລາ; ເປັນເຈົ້າການຝຶກແອບກໍາລັງແຮງຕອບສະໜອງຄວາມຕ້ອງການຝຶກແອບຢູ່ລະດັບສູງ. ພາຍຫຼັງກວດກາໄລຍະ 1, ກົມແຜນທີ່ສືບຕໍ່ດັດປັບແຜນການຝຶກແອບອົບຮົມໃຫ້ສອດຄ່ອງ, ຍົກສູງຄຸນນະພາບການຝຶກອົບຮົມ, ພ້ອມທັງ, ຄັດເລືອກນັກກິລາຝຶກແອບ 10 ຄົນໃນບັນດາໄລຍະຕໍ່ໄປເພື່ອຄັດເລືອກທີມພູມີປະເທດເຂົ້າຮ່ວມການແຂ່ງຂັນຢ່າງເປັນທາງການ.
ໂດຍ: ກວຽດເຕີມ