ທີ່ການເຮັດວຽກກັບກົມໃຫຍ່ເຕັກນິກ, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງກົມໃຫຍ່ເຕັກນິກ ແລະຂະແໜງເຕັກນິກທົ່ວກອງທັບ, ຮຽກຮ້ອງໃຫ້ກົມໃຫຍ່ເຕັກນິກຮັບເອົາຄໍາເຫັນປະກອບຈາກອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ, ດັດປັບເພີ່ມເຕີມບັນດາໜ້າທີ່, ມາດຕະການ, ສ້າງແຜນການຢ່າງມີວິທະຍາສາດ, ຜັນຂະຫຍາຍປະຕິບັດບັນດາເປົ້າໝາຍທີ່ໄດ້ກໍານົດໄວ້ໃນປີ 2021 ແລະຊຸມປີຕໍ່ໄປ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນສະຫຼຸບການເຮັດວຽກກັບກົມໃຫຍ່ເຕັກນິກ. ພາບ: ຈ້ອງຫາຍ.

ເພື່ອປະຕິບັດໃຫ້ສໍາເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ທ່ານພົນໂທ ຟານວັນຢາງ ຫວັງວ່າກົມໃຫຍ່ເຕັກນິກ ແລະຂະແໜງເຕັກນິກກອງທັບ ຈະສືບຕໍ່ຊາບຊຶມບັນດາມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ; ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະຊີ້ນໍາບັນດາກົມກອງໃນທົ່ວກອງທັບຜັນຂະຫຍາຍວຽກງານເຕັກນິກໃນເງື່ອນໄຂພະຍາດໂຄວິດ-19; ຮັບປະກັນອາວຸດຍຸດໂທປະກອນໃຫ້ແກ່ບັນດາໜ້າທີ່ໄດ້ຢ່າງທັນການ, ຄົບຖ້ວນ, ມີຄຸນນະພາບດີ; ສຸມໃສ່ຮັບປະກັນເຕັກນິກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບໃຫ້ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ” ແລະບັນດາໂຄງການເປົ້າໝາຍ, ໜ້າທີ່ຈຸດສຸມຂອງຂະແໜງເຕັກນິກຕາມມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ແລະບັນດາເນື້ອໃນວຽກງານເຕັກນິກໃນ 9 ໜ້າທີ່ຈຸດສຸມ ເຊິ່ງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ກໍານົດໄວ້.

ບົນພື້ນຖານບັນດາໝາກຜົນ, ຜົນງານພົ້ນເດັ່ນທີ່ບັນລຸໄດ້, ທ່ານພົນໂທ ຟານວັນຢາງ ຮຽກຮ້ອງໃຫ້ກົມໃຫຍ່ເຕັກນິກ ເອົາໃຈໃສ່ຊີ້ນໍາກໍ່ສ້າງ ແລະຈັດຕັ້ງປະຕິບັດແຜນການຝຶກແອບເຕັກນິກ; ເພີ່ມທະວີການຝຶກອົບຮົມ, ຝຶກຊ້ອມ, ງານແຂ່ງຂັນ. ເອົາໃຈໃສ່ວຽກງານພົວພັນຕ່າງປະເທດດ້ານເຕັກນິກຕາມເນື້ອໃນຈິດໃຈພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງພັກ ເຊິ່ງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ກໍານົດໄວ້. ເອົາໃຈໃສ່ກໍ່ສ້າງບັນດາອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະຄຸນສົມບັດຕິດພັນກັບການກໍ່ສ້າງ, ຊັບຊ້ອນຖັນແຖວພະນັກງານ, ຜູ້ບັນຊາການ, ຄຸ້ມຄອງ, ກໍ່ສ້າງກົມໃຫຍ່ເຕັກນິກ ແລະຂະແໜງເຕັກນິກໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”.

* ທີ່ການເຮັດວຽກກັບກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ທ່ານພົນໂທ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນ ເຊິ່ງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ບັນລຸໄດ້ໃນປີ 2020 ແລະໃນປີ 2021 ທ່ານ ກໍ່ຮຽກຮ້ອງໃຫ້ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງກ່ຽວກັບມະຕິ, ຄໍາສັ່ງ, ຍຸດທະສາດຂອງຂັ້ນເທິງ, ສືບຕໍ່ປະຕິບັດວຽກງານເປັນເສນາທິການໃຫ້ລັດ ແລະກະຊວງປ້ອງກັນປະເທດ ກ່ຽວກັບການກໍ່ສ້າງ ແລະພັດທະນາພື້ນຖານອຸດສາຫະກໍາປ້ອງກັນຊາດໃຫ້ເປັນຢ່າງດີ; ຄົ້ນຄວ້າ, ເປັນເສນາທິການ, ສະເໜີປະກາດໃຊ້ມະຕິຂອງກົມການເມືອງວ່າດ້ວຍການກໍ່ສ້າງ ແລະພັດທະນາອຸດສາຫະກໍາປ້ອງກັນຊາດ ຮອດປີ 2030 ແລະຊຸມປີຕໍ່ໄປ, ກໍ່ສ້າງກົດໝາຍວ່າດ້ວຍອຸດສາຫະກໍາປ້ອງກັນຊາດ... ສົມທົບກັບອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຄົ້ນຄວ້າຈັດຕັ້ງຂະແໜງອຸດສາຫະກໍາປ້ອງກັນຊາດໃຫ້ “ຍອດຢ້ຽມ, ກະທັດຮັດ, ມີປະສິດທິຜົນ”.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນສະຫຼຸບການເຮັດວຽກກັບກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ. ພາບ: ຈ້ອງຫາຍ.

ເພື່ອຍົກສູງຄຸນນະພາບຂອງການຄົ້ນຄວ້າ, ທົດລອງ, ຜະລິດ, ສ້ອມແປງ, ນອກຈາກການເອົາໃຈໃສ່ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍູ້ແຮງການຄົ້ນຄວ້າວິທະຍາສາດ, ຍົກສູງນໍ້າໃຈສາມັກຄີ, ປະດິດສ້າງ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງທຸກຂັ້ນ, ທຸກຂະແໜງການພາຍໃນ ແລະນອກກອງທັບແລ້ວ, ທ່ານພົນໂທ ຟານວັນຢາງ ຫວັງວ່າ ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ຈະສືບຕໍ່ເປີດກວ້າງການຮ່ວມມືສາກົນກັບບັນດາປະເທດທີ່ມີພື້ນຖານອຸດສາຫະກໍາປ້ອງກັນຊາດທີ່ກ້າວໜ້າ, ຮັບປະກັນການພັດທະນາພື້ນຖານອຸດສາຫະກໍາປ້ອງກັນຊາດຫວຽດນາມ ໃຫ້ທັນສະໄໝ, ໃຊ້ໄດ້ສອງຢ່າງ, ກາຍເປັນປາຍແຫຼມ ແລະຕິດພັນຢ່າງແໜ້ນແຟ້ນກັບອຸດສາຫະກໍາແຫ່ງຊາດ.

ໂດຍ: ໄຊຊະນະ