leftcenterrightdel
ການນໍາກອງບັນຊາການທະຫານເຮືອເຂດ 5 ມອບຂອງຂວັນໃຫ້ຊາວປະມົງຢູ່ເກາະໂທ໋ຈູ. ພາບ: ຕ໊ວນຮຸຍ.

ຄະນະປະຕິບັດງານໄດ້ໄປອວຍພອນທະຫານບັນດາກົມກອງຢູ່ເກາະ ຕ້ອນຮັບບຸນປີໃໝ່ປະຈຳຊາດໃນຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ພ້ອມທັງເປັນເຈົ້າການສົມທົບຢ່າງແໜ້ນແຟ້ນເພື່ອປະຕິບັດສຳເລັດໜ້າທີ່ໃນວຽກງານລາດຕະເວນ, ປົກປ້ອງທະເລ, ໝູ່ເກາະ, ເປັນຕົ້ນແມ່ນລາດຕະເວນປ້ອງກັນ, ຕ້ານໂຈນສະລັດ; ປ້ອງກັນ, ຕ້ານການຄ້າເຖື່ອນ; ຊອກຫາກູ້ໄພກູ້ຊີບ, ພ້ອມກັນຮັກສາທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ. ພະນັກງານ, ນັກຮົບບັນດາກົມກອງຢູ່ເກາະສະແດງຄວາມຕື້ນຕັນໃຈຕໍ່ອາລົມຈິດຄວາມຮັກແພງຂອງຄະນະປະຕິບັດງານທີ່ສະຫງວນໃຫ້ທະຫານ ແລະປະຊາຊົນຢູ່ທີ່ນີ້, ສະແດງຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ມອບໝາຍ ແລະພ້ອມກັບປະຊາຊົນກໍ່ສ້າງຕາແສງເກາະນັບມື້ນັບພັດທະນາ.

ໂດຍ: ເຈິ່ນຮວ່ຽນ