ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ກົງໄປກົງມາ ແລະສ້າງສັນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນດາໜ້າວຽກຂອງສອງກຸ່ມປະຕິບັດງານ; ເຫັນດີເປັນເອກະສັນອີງໃສ່ຂັ້ນຕອນທີ່ໄດ້ເປັນເອກະພາບສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກ.

leftcenterrightdel
ກໍາລັງຕໍາຫຼວດທະເລຫວຽດນາມ ຂຶ້ນກໍາປັ່ນຕໍາຫຼວດທະເລຈີນ ເພື່ອເຂົ້າຮ່ວມການເຈລະຈາສະຫຼຸບການກວດກາປະສົມອາຊີບຫາປາ ຫວຽດນາມ - ຈີນ ປີ 2019. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍກໍເນັ້ນໜັກເຖິງຄວາມສໍາຄັນຂອງການປະຕິບັດຢ່າງເຂັ້ມງວດບັນດາຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງພັກ, ສອງລັດກ່ຽວກັບການແກ້ໄຂບັນຫາບົນທະເລ ແລະຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານໃນການຊີ້ນໍາແກ້ໄຂບັນຫາບົນທະເລ ຫວຽດນາມ-ຈີນ” ຢ່າງສົມເຫດສົມຜົນ, ຄວບຄຸມຄວາມບໍ່ລົງລອຍກັນ, ບໍ່ມີບັນດາການກະທໍາທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ເປີດກວ້າງການແກ່ງແຍ້ງ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລ.

ສອງຝ່າຍເຫັນດີສືບຕໍ່ຈັດຕັ້ງການເຈລະຈາຮອບທີ XV ກຸ່ມປະຕິບັດງານກ່ຽວກັບເຂດທະເລນອກອ່າວພາກເໜືອ ແລະຮອບທີ XII ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາບົນທະເລ ຫວຽດນາມ-ຈີນ ໃນໄລຍະເວລາທີ່ເໝາະສົມໂດຍສອງຝ່າຍຕົກລົງຜ່ານທາງການທູດ.

ໂດຍ: ໄຊຊະນະ